ກຸ່ມບໍລິສັດ Viettel ສະຫຼຸບ 10 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 05-CT/TW ຂອງກົມການເມືອງ
ກປ.ອອນໄລ - ຕອນເຊົ້າວັນທີ 20 ມິຖຸນາ, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 05-CT/TW ຂອງກົມການເມືອງວ່າ: “ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະວິຖີຊີວິດຂອງປະທານໂຮ່ຈີມິນ ໄລຍະ 2016-2025 (ຄຳສັ່ງສະບັບເລກທີ 05). ທ່ານພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ, ຊີ້ນໍາກອງປະຊຸມ.
ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ ຮັບຮູ້ ແລະຕີລາຄາສູງໝາກຜົນພົ້ນເດັ່ນ ເຊິ່ງຄະນະພັກກຸ່ມບໍລິສັດ Viettel ບັນລຸໄດ້; ເນັ້ນໜັກວ່າ ຜ່ານໄລຍະ 10 ແຫ່ງວັນຜັນຂະຫຍາຍຄໍາສັ່ງເລກທີ 05, Viettel ບໍ່ພຽງແຕ່ຮໍ່າຮຽນລຸງແນວຄິດໃຫຍ່, ອຸດົມຄະຕິການປະຕິວັດອັນສູງສົ່ງເທົ່ານັ້ນ ຫາກຍັງຮໍ່າຮຽນລຸງ ຈາກສິ່ງທີ່ລຽບງ່າຍ, ໃກ້ຊິດສຸດໃນການປະພຶດກັບສະຫາຍ, ເພື່ອນຮ່ວມກົມກອງ, ໃນວິຖິຊີວິດນຳພາ, ພິເສດແມ່ນຈິດໃຈໄປຄຽງຄູ່ກັບການເຮັດ, ໃກ້ປະຊາຊົນ, ຖືປະຊາຊົນເປັນສໍາຄັນ ແລະເພື່ອປະຊາຊົນ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ຮວ່າງຫວຽດ |
ດ້ວຍຈິດໃຈປ່ຽນແປງໃໝ່, ປະດິດສ້າງ, Viettel ມີຄຸນຄ່າວັດທະນະທໍາວິສາຫະກິດທີ່ມີສັນຍາລັກໂຮ່ຈີມິນ: ຄ່ຽມຄົມ, ເປີດໃຈ, ຮັບຜິດຊອບ, ປ່ຽນແປງໃໝ່, ປະດິດສ້າງ ແລະຮັບໃຊ້. ທ່ານພົນໂທ ຈິ້ງວັນກວຽດ ຢືນຢັນວ່າ ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບແມ່ນໜຶ່ງໃນບັນດາກົມກອງພົ້ນເດັ່ນ, ນໍາໜ້າໃນຂົງເຂດເຕັກໂນໂລຢີ, ນະວັດຕະກໍາ, ປ້ອງກັນຊາດ ແລະຫັັນປ່ຽນດີຈີຕອນແຫ່ງຊາດ.
ທ່ານຫົວໜ້າກົມໃຫຍ່ການເມືອງ ເຊື່ອໝັ້ນວ່າ ແຕ່ລະພະນັກງານ, ນັກຮົບ, ສະມາຊິກພັກ, ຜູ້ອອກແຮງງານຂອງກຸ່ມບໍລິສັດ Viettel ຈະແມ່ນແບບຢ່າງທີ່ດີເດັ່ນໃນການຮ່ໍາຮຽນ, ອອກແຮງງານ, ປ່ຽນແປງໃໝ່, ປະດິດສ້າງ; ປາດຖະໜາຢາກກົມກອງສົມແມ່ນກຸ່ມບໍລິສັດເສດຖະກິດ, ປ້ອງກັນຊາດແຖວໜ້າຂອງປະເທດ, ພົ້ນເດັ່ນນໍາໜ້າໃນການຮໍ່າຮຽນ ແລະເຮັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີມິນ;...
    |
 |
ໂດຍຮັບມອບສິດຂອງປະທານປະເທດ, ທ່ານພົນໂທ ຈິ້ງວັນກວຽດ ມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ 1 ໃຫ້ທ່ານພົນຈັດຕະວາ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel; ທ່ານພົນຈັດຕະວາ ຫງວຽນດິ່ງຈ໊ຽນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ແລະທ່ານພັນເອກ ຫວູຕວນແອງ ຫົວໜ້າວິທະຍາຄານການບິນອາວະກາດ Viettel. ພາບ: ຮວ່າງຫວຽດ |
ທີ່ກອງປະຊຸມ, 3 ບຸກຄົນດີເດັ່ນໄດ້ມີການປະກອບສ່ວນພິເສດໃນຂົງເຂດປ້ອງກັນຊາດເຕັກໂນໂລຢີສູງຂອງກຸ່ມບໍລິສັດ Viettel ແມ່ນທ່ານພົນຈັດຕະວາ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ; ທ່ານພົນຈັດຕະວາ ຫງວຽນດິ່ງຈ໊ຽນ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ແລະພັນເອກ ຫວູຕວນແອງ ຫົວໜ້າວິທະຍາຄານການບິນອາວະກາດ Viettel ເປັນກຽດໄດ້ຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1 ໂດຍປະທານປະເທດມອບໃຫ້; ຮ້ອຍເອກ ຫງວຽນຕວນແອງ, ບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ; 11 ໝູ່ຄະນະ ແລະ 9 ບຸກຄົນໄດ້ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດມອບໃຫ້.
ໂດຍ: ໄຊນີດາ