ກ່າວຄຳເຫັນອະພິປາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດທີ່ວາລະປະຊຸມ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຮູ້ອາລົມຈິດຂອງບັນດາສະຫາຍສະມາຊິກສະພາແຫ່ງຊາດ ທີ່ສະຫງວນໃຫ້ແກ່ກຳລັງຫວຽດນາມ ເຂົ້າຮ່ວມຮັກສາສັນຕິພາບ ສະຫະປະຊາຊາດ.
ສະແດງຄວາມຂອບອົກຂອບໃຈບັນດາຄຳເຫັນຂອງບັນດາສະຫາຍສະມາຊິກສະພາແຫ່ງຊາດ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າຈະຮັບເອົາຄຳເຫັນຂອງບັນດາສະຫາຍສະມາຊິກສະພາແຫ່ງຊາດ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງປັບປຸງຮ່າງກົດໝາຍ ເພື່ອຍືນສະເໜີສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມ ເທື່ອທີ 9.
    |
 |
ທ່ານພົນເອກ ຟານວັນຢາງ ອະພິປາຍກ່ຽວກັບຮ່າງກົດໝາຍເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ພາບ: ຈ້ອງຫາຍ |
ຮອຍຕີນທະຫານຫວຽດນາມ ຢູ່ດິນແດນແຫ່ງຮ້າຍແຮງ ອາຟະລິກາ
“ປີ 2012, ພວກເຮົາ ເລີ່ມໄປສໍາຫຼວດພື້ນທີ່ຕົວຈິງເພື່ອກໍ່ສ້າງກໍາລັງຮັກສາສັນຕິພາບ. ປີ 2024, ພວກເຮົາຈັດສົ່ງນາຍທະຫານ 2 ຄົນເຂົ້າຮ່ວມກຳລັງ. ຈົນຮອດປີ 2018, ພວກເຮົາ ຈຶ່ງເຂົ້າຮ່ວມກຳລັງຊ່າງແສງຢູ່ 3 ຄະນະປະຕິບັດງານ”. ທ່ານພົນເອກ ຟານວັນຢາງ ເວົ້າເຖິງວິວັດທະນາການຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດຄືແນວນັ້ນ.
ທ່ານພົນເອກ ຟານວັນຢາງ ແບ່ງປັນວ່າ ວັນທີ 9 ກໍລະກົດ 2011, ສ. ຊູດັງໃຕ້ ແຍກອອກຈາກ ຊູດັງ. ເດືອນກໍລະກົດ 2012, ຊູດັງໃຕ້ ສະເຫຼີມສະຫຼອງວັນສະຖາປະນາຄົບຮອບ 1 ປີ ປະສົບຄວາມຫຍຸ້ງຍາກນາໆປະການ. ແຕ່ວ່າ, ຫວຽດນາມ ໄດ້ຕົກລົງຈົດທະບຽນກັບສະຫະປະຊາຊາດ ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ຊູດັງໃຕ້. ຮອຍຕີນຂອງບັນດານັກຮົບຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ໄດ້ສ້າງຂີດໝາຍຢູ່ດິນແດນແຫ່ງຮ້າຍແຮງນັ້ນດ້ວຍຈິດໃຈຮັບຜິດຊອບສາກົນ, ຄວາມຮັບຜິດຊອບຂອງປະເທດສະມາຊິກສະຫະປະຊາຊາດ.
“ພວກເຮົາມາຊ້າ, ແຕ່ວ່າບໍ່ໄປຕາມຫຼັງ!” - ທ່ານພົນເອກ ຟານວັນຢາງ ເນັ້ນໜັກຄືດັ່ງກ່າວຕໍ່ໜ້າສະພາແຫ່ງຊາດ. ສິ່ງດັ່ງກ່າວພິສູດໃຫ້ເຫັນດ້ວຍນາຍ ແລະພົນທະຫານຫວຽດນາມ ຈຳນວນກວ່າ 1.000 ເທື່ອຄົນເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດໃນໄລຍະເວລາເກືອບໜຶ່ງທົດສະວັດຜ່ານມາ.
    |
 |
ພະນັກງານ, ນັກຮົບຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ. ພາບ: ຈ້ອງຫາຍ. |
ທ່ານພົນເອກ ຟານວັນຢາງ ແບ່ງປັນວ່າ ກຳລັງຫວຽດນາມ ບໍ່ພຽງແຕ່ເຮັດວຽກຕາມການມອບໝາຍຂອງຄະນະປະຕິບັດງານເທົ່ານັ້ນ ຫາກຍັງເຮັດວຽກງານຂົນຂວາຍປະຊາຊົນ, ສິດສອນ, ກໍ່ສ້າງໂຮງຮຽນ, ຊ້ຳບໍ່ໜຳຈັດຕັ້ງການຕັດຫຍິບຜ້າອັດປາກອີກດ້ວຍບັນດາວຽກເຮັດນອກໜ້າທີ່ແຕ່ວ່າສ້າງຄວາມປະທັບໃຈຕໍ່ປະຊາຊົນປະຈຳຖິ່ນ.
ໜຶ່ງໃນບັນດາເລື່ອງລາວ ທີ່ຕື້ນຕັນໃຈເຊິ່ງທ່ານພົນເອກ ຟານວັນຢາງ ເຕື້ອງເຖິງແມ່ນເລື່ອງລາວ ຂອງທ່ານພັນເອກພິເສດ ມາກດຶກຈ້ອງ - ໜຶ່ງໃນສອງນາຍທະຫານທໍາອິດ ເຂົ້າຮ່ວມກຳລັງຮັກສາສັນຕິພາບ. ຢູ່ອາຍຸການທີສາມ, ທ່ານພັນເອກພິເສດ ມາກດຶກຈ້ອງ ກັບເມືອປະເທດ ແລະເສຍດາຍວ່າ “ສ້າງເຮືອນໃຫ້ຄູສອນປະຈຳຖິ່ນ ຍັງບໍ່ທັນສຳເລັດ, ເຖິງວ່າວັດສະດຸພຽງແຕ່... ຫີບໄມ້ເກົ່າຂອງຫວຽດນາມ ຂົນສົ່ງມາ”.
ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ປັບປຸງບັນດານະໂຍບາຍໂດດເດັ່ນ
ສຳລັບບັນດາການສະເໜີຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການເປີດກວ້າງນະໂຍບາຍສຳລັບກຳລັງຫວຽດນາມ ເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າຈະຮັບເອົາ, ພິເສດແມ່ນບັນດານະໂຍຍາຍໂດດເດັ່ນ, ບຸລິມະສິດສຳລັບແມ່ຍິ່ງເມື່ອເຂົ້າຮ່ວມກຳລັງຮັກສາສັນຕິພາບ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫາຍ |
ຍົກຕົວຢ່າງກ່ຽວກັບນະໂຍບາຍຕໍ່ກັບກຳລັງເສນາຮັກ, ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ເມື່ອຈັດສົ່ງກຳລັງໄປປະຕິບັດໜ້າທີ່ໃໝ່, ປະຊາຊົນຢູ່ຫັ້ນຕິດຫຼາຍພະຍາດ, ມີບັນດາພະຍາດອັນຕະລາຍ, ຄື: HIV. ໃນຂະນະນັ້ນ, ປະເທດເຮົາຍັງບໍ່ທັນມີນະໂຍບາຍສໍາລັບນັກຮົບເສນາຮັກ ຖືກຕິດພະຍາດ HIV ໃນຂະນະກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນປະຈຳຖິ່ນ, ຈົນຮອດປີ 2020, ເມື່ອສະພາແຫ່ງຊາດ ປະກາດໃຊ້ມະຕິກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ໃນກໍລະນີກົດໝາຍສະບັບນີ້ໄດ້ສະພາແຫ່ງຊາດ ຮັບຮອງເອົາ, ບັນດານະໂຍບາຍນີ້ຈະໄດ້ຫັນເປັນມະຕິ, ຈົດໝາຍວຽນເພື່ອປະຕິບັດຢ່າງຄົບຖ້ວນກວ່າ.
ເວົ້າຕື່ມກ່ຽວກັບນະໂຍບາຍຕໍ່ກັບພົນທະຫານຫວຽດນາມ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ພົນທະຫານຫວຽດນາມ ສຳເລັດໜ້າທີ່ຢູ່ຄະນະປະຕິບັດງານກັບເມື່ອປະເທດລ້ວນແຕ່ໄດ້ເລື່ອນຊັ້ນກ່ອນກຳນົດ.
ສຳລັບນາຍ ແລະພົນທະຫານຍິງ, ນອກຈາກໄດ້ເລື່ອນຊັ້ນກ່ອນກຳນົດ ຍັງໄດ້ບຸລິມະສິດສັບຊ້ອນວຽກງານອີກດ້ວຍ. ທ່ານພົນເອກ ຟານວັນຢາງ ຍົກອອກຕົວຢ່າງວ່າ ພົນທະຫານຍິງຄົນໜຶ່ງສຳເລັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ກັບເມືອໄດ້ແຕ່ງຕັ້ງດຳລົງຕຳແໜ່ງຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ເຂົ້າຮ່ວມຄະນະບໍລິຫານງານສະຫະພັນແມ່ຍິງຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ກໍ່ແບ່ງປັນຂໍ້ມູນໜ້າພາກພູມໃຈກ່ຽວກັບກຳລັງຮັກສາສັນຕິພາບຂອງຫວຽດນາມ ຢູ່ສະຫະປະຊາຊາດ: “ສ່ວນຫຼາຍນາຍທະຫານ ຫວຽດນາມ ໄດ້ແກ່ຍາວເວລາດຳລົງຕຳແໜ່ງຕື່ມ 2 ປີ”.
ຄືແນວນັ້ນ, ສາມາດເຫັນວ່າ ຈາກປະເທດໄປຊ້າໃນການເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ປະຈຸບັນ, ຫວຽດນາມ ມີຖານະບົດບາດໝັ້ນແກ່ນໃນປະຊາຄົມສາກົນຜ່ານການປະກອບສ່ວນແບບເລິກລັບແຕ່ວ່າເຕັມໄປດ້ວຍຄວາມມະນຸດສຳທຳ.
ໂດຍ: ແສງເດືອນ