ລະອຽດ: ຢູ່ເຂດທະເລຕາເວັນອອກສ່ຽງເໜືອ (ລວມທັງໝູ່ເກາະຮວ່າງຊາ), ແມ່ນມີກຳປັ່ນ 76 ລໍາ/371 ຄົນ; ຢູ່ເຂດອື່ນແມ່ນມີກຳປັ່ນ 7.255 ລໍາ/ 25.807 ຄົນ; ຈຳນວນກຳປັ່ນທີ່ຈອດຢູ່ທ່າເຮືອແມ່ນ 46.461 ລໍາ. ກໍາລັງປະຈໍາການຮັບມືກັບພາຍຸລູກທີ 1 ລວມມີພະນັກງານ, ນັກຮົບປະຈໍາແມ່ນ 65.500 ກວ່າຄົນ ແລະທະຫານລາດປ້ອງກັນຕົວແມ່ນເກືອບ 200.000 ຄົນ; ພາຫະນະປະຈໍາ ລວມມີລົດໂອໂຕ 3.338 ຄັນ, ກຳປັ່ນ 111 ລໍາ, ເຮືອອີໂມ, ກາໂນ 1.437 ລໍາ, ຍານພາຫະນະພິເສດ 428 ຄັນ ແລະເຮືອບິນ 7 ລໍາ.

leftcenterrightdel
ກຳປັ່ນ 319 ຂອງຕໍາຫຼວດທະເລເຂດ 2 ໄດ້ເຂົ້າໃກ້ເພື່ອກູູ້ໄພເຮືອຫາປາ QNa 92954 TS ຖືກເປ່ເພຢູ່ເຂດທະເລຫ່າງຈາກທິດຕາເວັນອອກ ເກາະລີເຊີນ ປະມານ 20 ໄມທະເລ. ພາບ: ນາມຈຸງ.

ຕາມກົມກູ້ຊີບ-ກູ້ໄພ, ໃນວັນທີ 12 ມິຖຸນາ, ຕໍາຫຼວດທະເລເຂດ 2 ໄດ້ກູ້ໄພຢ່າງທັນການ, ນຳສົ່ງເຮືອຫາປາຈໍານວນ 3 ລໍາທີ່ຖືກເປ່ເພໄປຍັງສະຖານທີ່ປອດໄພ. ທະຫານຊາຍແດນແຂວງກວ໋າງຫງາຍ ໜູນຊ່ວຍນຳສົ່ງລູກເຮືອ 3 ຄົນຢູ່ໃນເຮືອຫາປາ NA 94031 TS (ຫາງເຮືອຖືກເປ່ເພ, ນ້ຳເຂົ້າເຮືອ) ຂຶ້ນຝັ່ງ. ທະຫານຊາຍແດນນະຄອນຫາຍຟ່ອງ ປະສານສົມທົບກັບຊາວປະມົງ ກູ້ຊ່ວຍລູກເຮືອຈໍານວນ 10 ຄົນໃນກຳປັ່ນ TH 92228 TS ທີ່ຕໍາຫີນປະກາລັງ ມີຄວາມສ່ຽງຖືກຈົມນ້ຳ, ນໍາສົ່ງຂຶ້ນຝັ່ງຢ່າງປອດໄພ...

ໂດຍ: ໄຊຊະນະ