ເຂົ້າຮ່ວມການກວດກາຍິງລູກປືນແທ້ ສໍາລັບປືນ, ປືນໃຫຍ່ ມີບັນດາກໍາປັ່ນສູ້ຮົບ, ກໍາປັ່ນຂົນສົ່ງ, ກໍາປັ່ນຊ່ວຍເຫຼືອສັງກັດກອງພົນນ້ອຍ 172, 161, ທະຫານເຮືອເຂດ 3. ເນື້ອໃນກວດກາລວມມີ: ນໍາໃຊ້ປືນ, ປືນໃຫຍ່ປະເພດຕ່າງໆດັບສູນເປົ້າໝາຍທາງອາກາດ, ບົນທະເລທັງວັນ ແລະກາງຄືນ.

leftcenterrightdel
ຈຸກໍາປັ່ນສັງກັດທະຫານເຮືອເຂດ 3 ປະຕິບັດການຍິງລູກປືນແທ້ດັບສູນເປົ້າໝາຍທາງອາກາດ. ພາບ: qdnd.vn

ບັນດາກົມກອງສັງກັດທະຫານເຮືອເຂດ 3 ເຂົ້າຮ່ວມໄດ້ຜັນຂະຫຍາຍການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ຕິດແທກກັບຄວາມຮຽກຮ້ອງຕ້ອງການໜ້າທີ່ຢ່າງມີປະສິດທິຜົນ; ເຮັດວຽກງານສຶກສາ, ໂຄສະນາປຸກລະດົມ, ລະດົມກໍາລັງໃຈທະຫານເປັນຢ່າງດີ; ຮັບປະກັນຢ່າງທັນການ, ຖືກຕ້ອງ, ຄົບຖ້ວນດ້ານພະລາທິການ, ເຕັກນິກ; ອາວຸດຍຸດໂທປະກອນເຕັກນິກໃນກໍາປັ່ນ ໄດ້ຮັກສາການເຄື່ອນໄຫວຢ່າງຄົບຊຸດ, ຮັບປະກັນດ້ານຕ່າງໆໃຫ້ໜ້າທີ່ຍິງລູກປືນແທ້ ຄັ້ງທີ 1 ປີ 2025 ບົນທະເລເປັນຢ່່າງດີ.

leftcenterrightdel
ເຖິງວ່າຮັບຜົນສະທ້ອນຈາກພາຍຸລູກທີ 1 ກໍ່ຕາມ, ແຕ່ວ່າພະນັກງານ, ນັກຮົບຢູ່ກໍາປັ່ນສັງກັດທະຫານເຮືອເຂດ 3 ໄດ້ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດບົດຍິງປືນຕ່າງໆເປັນຢ່າງດີ. ພາບ: qdnd.vn
leftcenterrightdel
ນັກຍິງປືນ AK 630 ແລະ 14,5ມມ ດັບສູນເປົ້າໝາຍບົນທະເລ. ພາບ: qdnd.vn

ການຍິງປືນແທ້ກວດກາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຝຶກແອບ, ຄວາມສາມາດກຽມພ້ອມສູ້ຮົບຂອງກໍາປັ່ນລໍາຕ່າງໆ; ລະດັບຄວາມຮູ້ດ້ານການຈັດຕ້ັງບັນຊາ, ສັບຊ້ອນກໍາປັ່ນຂອງຖັນແຖວພະນັກງງານ;... ບົນພື້ນຖານນັ້ນ, ທະຫານເຮືອເຂດ 3 ຈັດຕ້ັງຖອດຖອນບົດຮຽນ, ດັດປັບຢ່າງທັນການ, ເພີ່ມເຕີມເພື່ອແນໃສ່ຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບໃນໄລຍະຕໍ່ໄປ.

ໂດຍ: ໄຊນີດາ