ທີ່ການຕ້ອນຮັບ, ທ່ານພົນຕີ ຖ໊າຍດ້າຍຫງອກ  ເນັ້ນໜັກວ່າ ຫວຽດນາມ ແລະກຳປູເຈຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແກ່ການປັບປຸງ ແລະພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

ທ່ານພົນຕີ ຖ໊າຍດ້າຍຫງອກ ຕີລາຄາວ່າ, ໃນໄລຍະມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກໍາປູເຈຍ ສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ພົ້ນເດັ່ນໃນຂົງເຂດຕ່າງໆ ຄື: ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ກອງປະຊຸມປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານຢ່າງມີປະສິດທິຜົນ; ບໍາລຸງສ້າງ, ຝຶກອົບຮົມ; ຄຸ້ມຄອງ, ປົກປັກຮັກສາຊາຍແດນທາງບົກ ແລະທາງທະເລ; ພົບປະແລກປ່ຽນ, ການແຮກສ່ຽວ; ໂຄສະນາກ່ຽວກັບສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສອງປະເທດ; ຊອກຫາ, ທ້ອນໂຮມ ແລະສົ່ງອັດຖິິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກໍາປູເຈຍ ກັບຄືນປະເທດ; ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

leftcenterrightdel
ທ່ານພົນຕີ ຖ໊າຍດ້າຍຫງອກ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນຕີ Chheng Khun. ພາບ: qdnd.vn

ສ່ວນທ່ານພົນຕີ Chheng Khun ໄດ້ແຈ້ງໃຫ້ທ່ານພົນຕີ ຖ໊າຍດ້າຍຫງອກ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກັບກົມສູ້ຮົບ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ). ຕາມນັ້ນແລ້ວ, ສອງຝ່າຍພ້ອມກັນຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານພົນຕີ Chheng Khun ສະແດງຄວາມເຊື່ອໝັ້ນວ່າໝາກຜົນການເຮັດວຽກຈະປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ຮັບຮູ້ໝາກຜົນຂອງການເຮັດວຽກ, ທ່ານພົນຕີ ຖ໊າຍດ້າຍຫງອກ ຕີລາຄາສູງບົດບາດຂອງຂະແໜງແຜນທີ່ ແລະພູມປະເທດການທະຫານຕໍ່ກັບກອງທັບຂອງແຕ່ລະປະເທດໃນການເປັນເສນາທິການວຽກງານຝຶກແອບ, ບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດການທະຫານ.

leftcenterrightdel
ທ່ານພົນຕີ ຖ໊າຍດ້າຍຫງອກ ແລະທ່ານພົນຕີ Chheng Khun ພ້ອມດ້ວຍຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນຕີ ຖ໊າຍດ້າຍຫງອກ ສະເໜີວ່າໃນໄລຍະຈະມາເຖິງ, ສອງອົງການເພີ່ມທະວີການແລກປ່ຽນ, ແບ່ງປັນປະສົບການດ້ານວິຊາສະເພາະ; ຝຶກອົບຮົມລົງເລິກຂະແໜງ; ໜູນຊ່ວຍເຊິ່ງກັນ ແລະກັນໃນການຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້, ເປັນເສນາທິການໃຫ້ການນຳກະຊວງປ້ອງກັນປະເທດສອງປະເທດກ່ຽວກັບຂົງເຂດພູມປະເທດການທະຫານຢ່າງມີປະສິດທິຜົນ.

ທ່ານພົນຕີ ຖ໊າຍດ້າຍຫງອກ ຢືນຢັນວ່າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກ ເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ກໍາປູເຈຍ ໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ