    |
 |
|
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ຕາງໜ້າສູນກະຈາຍສຽງ-ໂທລະພາບກອງທັບ, ທ່ານພັນເອກພິເສດ ຟ້າມວັນຕູ ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ລາຍງານໝາກຜົນພົ້ນເດັ່ນໃນ 6 ເດືອນຕົ້ນປີ 2025, ພ້ອມທັງສະເໜີບັນດາເນື້ອໃນໃຫຍ່ເພື່ອປ່ຽນແປງໃໝ່ຢ່າງຮອບດ້ານການຈັດຕັ້ງ ແລະການເຄື່ອນໄຫວຂອງສູນໃນໄລຍະຈະມາເຖິງ.
ຕາມບົດລາຍງານ, ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກ ອາຍຸການ 2025-2030 ສໍາເລັດຜົນດ້ວຍຈິດໃຈບຸກທະລຸ, ຂ້ຽວຂາດ, ມີປະສິດທິຜົນ. ວຽກງານແນວຄິດ, ສ້າງລະບຽບວິໄນ, ກົດລະບຽບໄດ້ປະຕິບັດຢ່າງເຂັ້ມງວດ; ປະຊາປະໄຕຢູ່ຮາກຖານໄດ້ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນປັບປຸງຈິດໃຈສາມັກຄີ, ຄວາມຮັບຜິດຊອບ ແລະການອຸທິດສ່ວນຂອງຖັນແຖວພະນັກງານ, ລັດຖະກອນ.
    |
 |
|
ຄະນະນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະບັນດາສະຫາຍການນໍາສູນກະຈາຍສຽງ-ໂທລະພາບກອງທັບ. ພາບ: qdnd.vn |
ພິເສດ, ສູນ ພວມຕັ້ງໜ້າຜັນຂະຫຍາຍແຜນການດັດປັງການຈັດຕັ້ງ, ຫຼຸດແຕ່ 25 ລົງຍັງເປັນ 17 ຫ້ອງ, ພະແນກ, ເພີ່ມເຕີມນັກຂ່າວປະຈໍາຢູ່ບັນດາເຂດຍຸດທະສາດ; ສ້າງຕັ້ງຫ້ອງຂໍ້ມູນຂ່າວສານທະຫານສະເພາະ; ໂຮມບັນດາຫ້ອງການຕາງໜ້າເຂົ້າກັນເພື່ອຍົກສູງການເຄື່ອນໄຫວໃຫ້ມີປະສິດທິຜົນ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ພາຍຫຼັງຮັບຟັງການລາຍງານຂອງສູນ ແລະຄໍາຄິດເຫັນຂອງບັນດາອົງການທີ່ກ່ຽວຂ້ອງ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ຮັບຮູ້, ຊົມເຊີຍຄວາມມານະພະຍາຍາມ, ການປະກອບສ່ວນຢ່າງຕ້ັງໜ້າຂອງສູນກະຈາຍສຽງ-ໂທລະພາບ ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ ເຖິງວ່າຫາກໍ່ສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວເປັນເວລາ 14 ປີເທົ່ານັ້ນ, ແຕ່ສູນໄດ້ມີຫຼາຍຜະລິດຕະພັນທີ່ມີຄຸນນະພາບ, ສ້າງຂີດໝາຍອັນພົ້ນເດັ່ນໃນມະຫາຊົນ ແລະປະກອບສ່ວນໃຫ້ແກ່ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມການເມືອງແນວຄິດ, ແຜ່ຂະຫຍາຍຮູບພາບທະຫານລຸງໂຮ່ ທັງຢູ່ພາຍໃນ ແລະຕ່າງປະເທດ.
    |
 |
|
ທ່ານພັນເອກພິເສດ ຟ້າມວັນຕູ ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ລາຍງານໝາກຜົນພົ້ນເດັ່ນໃນ 6 ເດືອນຕົ້ນປີ 2025 ຂອງກົມກອງ. ພາບ: qdnd.vn |
ທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຊີ້ແຈ້ງວ່າ ສື່ມວນຊົນກອງທັບ ບໍ່ພຽງແຕ່ແມ່ນພາຫະນະສ່ອງແສງຂໍ້ມູນຂ່າວສານເທ່ົານັ້ນ, ຫາກຍັງແມ່ນກໍາລັງເຂົ້າຮ່ວມໂດຍກົງແນວຮົບແນວຄິດ-ວັດທະນະທໍາ, ປະຕິເສດບັນດາທັດສະນະຜິດພາດ, ປໍລະປັກ, ກໍານົດທິດຫາງສຽງສັງຄົມ. ທ່ານພົນໂທ ຈິ້ງວັນກວຽດ ຮຽກຮ້ອງໃຫ້ສູນກະຈາຍສຽງ-ໂທລະພາບກອງທັບ ຕ້ອງສືບຕໍ່ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແຕ່ລະລາຍການ, ແຕ່ລະສາລະຄະດີ, ຕິດຕາມສະຖານະການ ແລະຖືມະຫາຊົນເປັນໃຈກາງ.
ສຸມໃສ່ໃຫ້ບັນດາລາຍການໂຄສະນາເຜີຍແຜ່ມຸ່ງເຖິງກອງປະຊຸມໃຫຍ່ພັກທຸກຂັ້ນ, ພິເສດແມ່ນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII ແລະກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພ້ອມທັງ, ເສີມຂະຫຍາຍບົດບາດແມ່ນກໍາລັງນໍາໜ້າໃນການໂຄສະນາເຜີຍແຜ່ແຜນນະໂຍບາຍສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ຕິດພັນກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມໃນຈິດໃຈປະຊາຊົນຢ່າງໝັ້ນແກ່ນ.
ໂດຍ: ໄຊນີດາ