ກ່າວຄຳເຫັນໄຂເວທີປາໄສ, ທ່ານພົນໂທ ເລກວກຮຸ່ງ ຮອງລັດຖະມົນຕີກະຊວງຕໍາຫຼວດ ເນັ້ນໜັກວ່າ: “ກະຊວງຕໍາຫຼວດຫວຽດນາມ ໄດ້ເປັນເຈົ້າການຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດແນໃສ່ເພີ່ມທະວີການເຂົ້າຮ່ວມຂອງນາຍຕຳຫຼວດຍິງເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ - ບໍ່ພຽງແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາສາກົນຂອງຫວຽດນາມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິນຕະນາການຄວາມໝັ້ນຄົງທີ່ທັນສະໄໝ, ມະນຸດສະທຳ ແລະເປັນເຈົ້າການເຊື່ອມໂຍງ”.

leftcenterrightdel
ທ່ານພົນໂທ ເລກວກຮຸ່ງ ຮອງລັດຖະມົນຕີກະຊວງຕໍາຫຼວດ ກ່າວຄໍາເຫັນໄຂເວທີປາໄສ. ພາບ: UN Women

ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ການສະໜັບສະໜູນຂອງຫວຽດນາມ ຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບ, ກໍຄືຄຳໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ, ພິເສດແມ່ນນາຍຕຳຫຼວດຍິງໃນກຳລັງຮັກສາສັນຕິພາບ.

leftcenterrightdel
ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: UN Women

ກ່າວຄຳເຫັນທີ່ເວທີປາໄສ, ບັນດາຜູ້ແທນສຸມໃສ່ແລກປ່ຽນບັນດາເນື້ອໃນ, ຄື: ສະພາບການປະຈຸບັນ ແລະສິ່ງທ້າທາຍສໍາລັບນາຍຕໍາຫຼວດຍິງໃນການເຄື່ອນໄຫວຮັກສາສັນຕິພາບ; ນະໂຍບາຍ, ຄວາມຮຽກຮ້ອງຕ້ອງການຂອງ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການຮັກສາສັນຕິພາບ; ແບ່ງປັນປະສົບການຂອງນາຍຕຳຫຼວດຍິງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

leftcenterrightdel
ບັນດາຜູ້ແທນສາກົນເຂົ້າຮ່ວມເວທີປາໄສ. ພາບ: UN Women

ເວທີປາໄສຍັງພິຈາລະນາບັນຫາດ້ານນະໂຍບາຍໃນປະຈຸບັນ ແລະສະເໜີມາດຕະການແກ້ໄຂລະອຽດເພື່ອຍົກສູງບົດບາດ, ອັດຕາສ່ວນ ແລະຄຸນນະພາບຂອງນາຍຕໍາຫຼວດຍິງ, ໃນນັ້ນມີນາຍຕໍາຫຼວດຍິງຂອງຕໍາຫຼວດປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. 

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ Angela Pratt, ຮັກສາການຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ເນັ້ນໜັກວ່າ: “ການເພີ່ມທະວີການມີໜ້າຂອງແມ່ຍິງໃນກໍາລັງຮັກສາສັນຕິພາບບໍ່ພຽງແຕ່ແມ່ນບັນຫາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວອີກດ້ວຍ. ປະຈຸບັນ, ຫວຽດນາມ ພວມລື່ນກາຍມາດຕະຖານທົ່ວໂລກ ກ່ຽວກັບອັດຕານາຍຕໍາຫຼວດຍິງ ເຂົ້າຮ່ວມການຮັກສາສັນຕິພາບ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ຫວຽດນາມ ສືບຕໍ່ຍູ້ແຮງຄວາມມານະພະຍາຍາມດັ່ງກ່າວ, ພິເສດແມ່ນໃນການນໍາແມ່ຍິງດໍາລົງຕໍາແໜ່ງການນໍາ ແລະຕໍາແໜ່ງສໍາຄັນຕ່າງໆໃນຄະນະປະຕິບັດງານ.

leftcenterrightdel
ບັນດານາຍຕໍາຫຼວດຍິງຫວຽດນາມ ເຂົ້າຮ່ວມເວທີປາໄສ. ພາບ: UN Women

ເວທີປາໄສເປັນການຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດແຜນດໍາເນີນງານແຫ່ງຊາດຄທຳອິດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ (2024-2030), ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂຄງການດໍາເນີນງານທ່ົວໂລກໃນຂອບເຂດສົນທິສັນຍາອະນາຄົດຂອງ ສປຊ, ຮຽກຮ້ອງການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະມີຄວາມໝາຍຂອງແມ່ຍິງໃນທຸກຂົງເຂດຂອງການເຄື່ອນໄຫວຮັກສາສັນຕິພາບ.

ໂດຍ: ທູຈາງ