ທະຫານຊ່ວຍເຫຼືອປະຊາຊົນຜ່ານຜ່ານ້ຳແກ່ງ
ກປ.ອອນໄລ - ໃນ 24 ຊົ່ວໂມງຜ່ານມາ (ແຕ່ເວລາ 10 ໂມງວັນທີ 7 ມິຖຸນາ ຮອດເວລາ 11 ໂມງວັນທີ 8 ມິຖຸນາ), ຝົນຕົກໜັກຢູ່ບັນດາຕາແສງ: ໂຂງລາວ 102mm, ວາງມາຈາຍ (ເມືອງຝອງໂທ); ເມືອງຄວາ 268,4mm (ເມືອງເຕິນອວຽນ); ນໍ້າລວງ 189,8mm (ນະຄອນລາຍເຈົາ); ປາເຕີນ 122,8mm, ຕາຝ່່ິນ 102,8mm (ເມືອງຊິ່ນໂຮ່); ຕາແລ່ງ 191mm, ບ້ານຢາງ 162,2mm (ເມືອງຕາມເດື່ອງ)...
ດິນມີຄວາມຊຸ່ມໃຫ້ເຫັນບາງເຂດຂຶ້ນກັບເມືອງຕ່າງໆໄດ້ກວ່າ 80% ຫຼືໃນສະພາບອີ່ມຕົວ. ຄໍາກ່າວເຕືອນໃນໄລຍະຕໍ່ໄປຈະສືບຕໍ່ມີຝົນປານກາງ, ຝົນຕົກໜັກ, ຝົນຕົກໜັກທີ່ສຸດ, ກໍ່ນໍ້າຖ້ວມ ແລະດິນເຊາະເຈື່ອນ.
    |
 |
ທ່ານພັນເອກພິເສດ ດັ້ງວິງທຸ້ຍ, ຫົວໜ້າກອງບັນຊາການທະຫານແຂວງລາຍເຈົາ ໄດ້ຜັນຂະຫຍາຍວິທີການຮັບມື, ແກ້ໄຂຝົນຕົກນໍ້າຖ້ວມ. ພາບ: qdnd.vn |
ທີ່ຕາແສງບ້ານຢາງ, ເມືອງຕາມເດື່ອງ, ຍ້ອນຝົນຕົກໜັກທີ່ສຸດ (162,2mm) ໄດ້ກໍ່ນໍ້າຖ້ວມ, ສົ່ງຜົນສະທ້ອນໃຫ້ປະຊາຊົນພວມດໍາລົງຊີວິດຢູ່ບໍລິເວນປະມານ 100 ຄອບຄົວ. ຕໍ່ໜ້າສະພາບການດັ່ງກ່າວ, ພາຍຫຼັງຮັບຂ່າວຈາກກອງບັນຊາການທະຫານເມືອງຕາມເດື່ອງ, ກອງບັນຊາການທະຫານແຂວງລາຍເຈົາ ໄດ້ລາຍງານເຖິງທຸກຂ້ັນຕາມອຳນາດຕັດສິນ; ພ້ອມທັງລະດົມພະນັກງານ, ນັກຮົບກໍາລັງເວນຍາມ ແລະທະຫານລາດປ້ອງກັນຕົວກວ່າ 30 ຄົນ, ພ້ອມກັບເຄື່ອງອຸປະກອນ, ເຮືອຈັກສົມທົບກັບຄະນະພັກ, ອໍານາດການປົກຄອງພ້ອມກັບກໍາລັງເຂົ້າຮ່ວມຊ່ວຍເຫຼືອປະຊາຊົນອົບພະຍົບຄົນ ແລະຊັບສິນໄປບ່ອນປອດໄພ; ຕັ້ງໜ້າໂຄສະນາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮັບຮູ້ເປັນຢ່າງດີ ແລະປະຕິບັດຕາມຫຼັກການຮັບປະກັນຄວາມປອດໄພຢ່າງເຂັ້ມງວດ; ເປັນເຈົ້າການພ້ອມກັບກໍາລັງຕ່າງໆກຽມພ້ອມຮັບຮູ້ຕໍ່ກັບໄພອັນຕະລາຍອາດຈະເກີດຂຶ້ນ.
    |
 |
ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງລາຍເຈົາ ອົບພະຍົບປະຊາຊົນອອກຈາກເຂດນໍ້າຖ້ວມ. ພາບ: qdnd.vn |
    |
 |
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງລາຍເຈົາ ແກ້ໄຂ, ກ່າວເຕືອນເຂດອັນຕະລາຍ. ພາບ: qdnd.vn |
    |
 |
ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງລາຍເຈົາ ກຽມພ້ອມເຂົ້າຮ່ວມການກູ້ຊີບ. ພາບ: qdnd.vn |
    |
 |
ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງລາຍເຈົາ ສົ່ງຊັບສິນຊ່ວຍປະຊາຊົນຕາແສງບ້ານຢາງ, ເມືອງຕາມເດື່ອງ. ພາບ: qdnd.vn |
ແມ່ນກົມກອງປະຈໍາການໃນວຽກງານປ້ອງກັນ, ຕ້ານພາຍຸນໍ້າຖ້ວມ, ຊອກຫາກູ້ໄພ-ກູ້ຊີບ, ກອງບັນຊາການທະຫານແຂວງລາຍເຈົາ ໄດ້ປະສົມປະສານຢ່າງແໜ້ນແຟ້ນກັບພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ບັນດາກົມກອງກອງທັບຢູ່ບໍລິເວນແຂວງເຫັນດີເປັນເອກະພາບວິທີການ, ໜ້າທີ່, ການກະທໍາ, ນໍາໃຊ້ກໍາລັງ, ພາຫະນະຂອງບັນດາອົງການ, ກົມກອງໃນການປ້ອງກັນ, ຕ້ານພາຍຸນ້ໍາຖ້ວມ, ຊອກຫາກູ້ໄພ-ກູ້ຊີບ,...
ກອງບັນຊາການທະຫານແຂວງລາຍເຈົາ ຮັກສາລະບົບເວນຍາມກຽມພ້ອມສູ້ຮົບຢ່າງເຂ້ັມງວດ; ກໍ່ສ້າງ, ເພີ່ມເຕີມແຜນການປ້ອງກັນ, ຕ້ານພາຍຸນໍ້າຖ້ວມຕິດແທດກັບຕົວຈິງ; ກະກຽມພື້ນຖານວັດຖຸ, ເຄື່ອງອຸປະກອບຢ່າງຄົບຖ້ວນ ກໍ່ຄືພາຫະນະເຮືອ, ກຽມພ້ອມແກ້ໄຂບັນດາກໍລະນີ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກສະພາວະການ.
ໂດຍ: ໄຊນີດາ