ໃນໄລຍະຊຸດຝຶກແອບ, ບັນດາສະມາຊິກຂອງສອງກົມກອງ ຈະໄດ້ຮັບການນໍາສະເໜີຄວາມຮູ້ລວມກ່ຽວກັບການເຄື່ອນໄຫວຂອງ ICRC ໃນໂລກ ແລະຢູ່ຄະນະປະຕິບັດງານ; ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະກົດໝາຍວ່າດ້ວຍສິດທິມະນຸດສາກົນ; ວິທີນຳໃຊ້ກົດໝາຍວ່າດ້ວຍມະນຸດສະທຳສາກົນເຂົ້າໃນການເຄື່ອນໄຫວສະໜັບສະໜູນສັນຕິພາບ; ການດູແລທາງການແພດໃນສະຖານະການອັນຕະລາຍ; ການກໍານົດເປົ້າໝາຍ ແລະຕົວຢ່າງພົ້ນເດັ່ນ; ຄວາມຮັບຜິດຊອບຂອງຜູ້ບັນຊາການ;...

leftcenterrightdel
ພັນເອກພິເສດ ຫງວຽນບ໋າຮືງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ທີ່ພິທີໄຂຊຸດຝຶກແອບ. ພາບ: ຕ໊ຽນຟຸກ
leftcenterrightdel
ທ່ານ Lloyd Gillett, ນັກວິຊາການຊັ້ນສູງກ່ຽວກັບບັນດາກຳລັງປະກອບອາວຸດ, ຈາກ ICRC ບັງກອກ ກ່າວຄຳເຫັນ. ພາບ: ຕ໊ຽນຟຸກ

ຄູສອນກໍ່ຈະສະໜອງໃຫ້ນັກສຳມະນາກອນ ບັນດາຄວາມຮູ້ກ່ຽວກັບວັດຖຸລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ມົນລະພິດອາວຸດ; ວິທີການຮັບຮູ້ ແລະຂັ້ນຕອນແກ້ໄຂ ເມື່ອພົບກັບວັດຖຸລະເບີດບໍ່ທັນແຕກໃນເວລາປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ. ບັນດາຄວາມຮູ້ທີ່ໄດ້ປະກອບຈະຊ່ວຍໃຫ້ເຂົາເຈົ້າ ກຽມພ້ອມໃຫ້ດີທີ່ສຸດກ່ອນທີ່ຈະໄປປະຕິບັດພາລະກໍາຮັກສາສັນຕິພາບ.

leftcenterrightdel
ຜູ້ຕາງໜ້າການນໍາກົມຮັກສາສັນຕິພາບຫວຽດນາມ ແລະຄູສອນສາກົນຖ່າຍຮູບເປັນທີ່ລະນຶກກັບທະຫານຍິງໂຮງໝໍສະໜາມຂັ້ນ 2 ເລກ 7. ພາບ: ຕ໊ຽນຟຸກ
leftcenterrightdel
ຜູ້ຕາງໜ້າການນໍາກົມຮັກສາສັນຕິພາບຫວຽດນາມ ແລະຄູສອນສາກົນຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 7. ພາບ: ຕ໊ຽນຟຸກ

ຊຸດຝຶກແອບດັ່ງກ່າວແກ່ຍາວເຖິງວັນທີ 13 ມິຖຸນາ, ໂດຍໄດ້ຈັດຕັ້ງຕາມຮູບແບບເຊິ່ງໜ້າ ແລະທາງອອນໄລ, ທິດສະດີສົມທົບກັບປະຕິບັດຕົວຈິງທັກສະ ແລະຈັດຕັ້ງການປະເມີນຖອດຖອນບົດຮຽນໃນທ້າຍມື້ ແລະທ້າຍຊຸດແອບ. ກອງຊ່າງແສງເລກ 4 ຈະໄປຝຶກແອບຢູ່ກົມຮັກສາສັນຕິພາບຫວຽດນາມ. ໂຮງໝໍສະໜາມຂັ້ນ 2 ເລກ 7 ຈະໄດ້ຝຶກແອບຢູ່ໂຮງໝໍກອງທັບ 175.

ໂດຍ: ທະນາພອນ