leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ການຢ້ຽມຢາມເພື່ອເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງປະເທດ, ສອງກອງທັບ, ລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ເສນາທິການບັນດາກໍາລັງປະກອບອາວຸດປະຕິວັດກູບາ ກໍ່ຄື ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງໃນສະພາບການສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025) ແລະປີມິດຕະພາບຫວຽດນາມ-ກູບາ 2025.

ໂດຍ: ໄຊນີດາ