ທີ່ກອງປະຊຸມ, ກົມອົບຮົມ-ໂຮງຮຽນ ລາຍງານສະພາບການຂອງບັນດາກຳລັງ, ພາຫະນະ ແລະວຽກງານຮັບປະກັນ. ຕາມນັ້ນແລ້ວ, ອົງການ ແລະບັນດາກົມກອງໄດ້ປະສານສົມທົບກັບກຳລັງກ່ຽວຂ້ອງຈັດຕັ້ງການສຳຫຼວດພື້ນທີ່ຕົວຈິງ, ສ້າງແຜນການຍົກຍ້າຍກຳລັງ, ເຂດເຕົ້າໂຮມບັນດາກຳລັງກ່ອນ ແລະຫຼັງການສວນສະໜາມ, ເດີນຂະບວນ; ສ້າງລາຍການອົມຮົມ-ຫັດແອບ, ມອບໜ້າທີ່ໃຫ້ຄູສອນ... ຈົນຮອດວັນທີ 6 ມິຖຸນາ, ບັນດາກົມກອງໄດ້ຍົກຍ້າຍກຳລັງ, ພາຫະນະມາເຂດເຕົ້າໂຮມ, ກະກຽມຈັດຕັ້ງການອົບຮົມ-ຫັດແອບ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫງ້ຍ ເປັນປະທານກອງປະຊຸມ. ພາບ: ຢຸຍດົງ

ສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງ້ຍ ຮຽກຮ້ອງເຫຼົ່າທັບເຮືອ ສ້າງແຜນການຈັດຕັ້ງການສວນສະໜາມບັນດາກຳລັງປະກອບອາວຸດຢູ່ທະເລ; ປັບປຸງລະບົບເອກະສານ, ແຜນການກວດຜ່ານເບື້ອງຕົ້ນ ແລະການກວດຜ່ານຄັ້ງສຸດທ້າຍ... ຖືກຕາມຂໍ້ກຳນົດ; ຈັດຕັ້ງປະຕິບັດແຜນການຮັບປະກັນການຕິດຕໍ່ສື່ສານ, ສົ່ງຮູບພາບ, ວິດີໂອ ມາຍັງສູນອົບຮົມ-ຫັດແອບການທະຫານແຫ່ງຊາດ ເລກ 4 ແລະສະໜາມຫຼວງບາດິ່ງ ໃຫ້ເປັນຢ່າງດີ...

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຢຸຍດົງ

ທ່ານພົນໂທ ຫງວຽນວັນເຫງ້ຍ ໃສ່ໃຈວ່າ ໃນການອົບຮົມ-ຫັດແອບ ຄວນເອົາໃຈໃສ່ວຽກງານປະເມີນຜົນການຫັດແອບທຸກມື້, ທຸກອາທິດຢູ່ບັນດາກຸ່ມ. ຈັດຕັ້ງປະຕິບັດວຽກງານພັກ, ວຽກງານການເມືອງ, ເອົາໃຈໃສ່ຍູ້ແຮງວຽກງານໂຄສະນາ; ຄຸ້ມຄອງ ແລະຮັກສາສຸຂະພາບທະຫານ, ສຸຂະອະນາໄມອາຫານ, ສຸຂະອະນາໄມສິ່ງແວດລ້ອມ; ປະຕິບັດວຽກງານບຳລຸງຮັກສາ, ກວດກາສະພາບການເຕັກນິກຍານພາຫະນະ, ຮັກສາສະພາບການດ້ານເຕັກນິກເປັນຢ່າງດີເພື່ອປະຕິບັດໜ້າທີ່...

ໂດຍ: ແສງເດືອນ