ຄະນະທີ່ປຶກສາທູດການທະຫານບັນດາປະເທດປະຈໍາຫວຽດນາມ ໄປຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 5
ກປ.ອອນໄລ - ຕອນບ່າຍວັນທີ 10 ມິຖຸນາ, ຄະນະທີ່ປຶກສາທູດການທະຫານບັນດາປະເທດປະຈໍາຫວຽດນາມ ນໍາໂດຍທ່ານພັນເອກ Michael Willem Jansen, ທີ່ປຶກສາທູດປ້ອງກັນຊາດ ອົດສະຕາລີ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 5.
ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເຮື໊ອວັນເຕື໊ອງ, ຮອງຜູ້ບັນຊາການທະຫານເຂດ 5 ໄດ້ແນະນໍາພາລະບົດບາດ, ໜ້າທີ່, ການຈັດຕັ້ງກໍາລັງ ແລະຜົນງານດີເດັ່ນຂອງກໍາລັງປະກອບອາວຸດທະຫານເຂດ 5 ໃນການປະຕິບັດໜ້າທີ່ປ້ອງກັນຊາດ-ການທະຫານ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຢູ່ບໍລິເວນ 11 ແຂວງ, ນະຄອນທາງພາກກາງ-ໄຕງວຽນ; ພ້ອມກັນນັ້ນ, ສະແດງຄວາມປາດຖະໜາວ່າ ຜ່ານການຢ້ຽມຢາມ, ທີ່ປຶກສາການທະຫານຈາກບັນດາປະເທດຈະເຂົ້າໃຈກ່ຽວກັບປະເທດ ແລະປະຊາຊົນຫວຽດນາມ ກວ່າອີກ, ໃນນັ້ນມີກຳລັງປະກອບອາວຸດທະຫານເຂດ 5.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ຕາງໜ້າຄະນະ, ທ່ານພັນເອກ Michael Willem Jansen ໄດ້ຂອບໃຈກອງບັນຊາການທະຫານເຂດ 5 ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ; ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພົ້ນເດັ່ນຂອງກໍາລັງປະກອບອາວຸດທະຫານເຂດ 5 ແລະເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບບັນດາປະເທດ ເພື່ອເປົ້າໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທະນາພອນ