    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຕ້ອນຮັບທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: qdnd.vn |
ກ່າວຄຳເຫັນທີ່ການຢ້ຽມຢາມ ແລະອວຍພອນໃຫ້ໜັງສືພິມກອງທັບປະຊາຊົນ, ທ່ານພົນເອກ ຟານວັນຢາງ ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ໄດ້ຊົມເຊີຍຜົນງານເຊິ່ງໜັງສືພິມກອງທັບປະຊາຊົນ ບັນລຸໄດ້ໃນໄລຍະຜ່ານມາ; ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ວັນທີ 21 ມິຖຸນາ, ທ່ານພົນເອກ ຟານວັນຢາງ ໄດ້ອວຍພອນໃຫ້ພະນັກງານ ແລະນັກຂ່າວຂອງໜັງສືພິມກອງທັບປະຊາຊົນທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນອວຍພອນໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ໃນໄລຍະທີ່ຜ່ານມາ, ໜັງສືພິມກອງທັບປະຊາຊົນ ໄດ້ສ່່ອງແສງຂໍ້ມູນ, ເຫດການພາຍໃນ ແລະນອກກອງທັບຢ່າງຄົບຖ້ວນ, ແທດຈິງ, ຊື່ຕົງ, ທັນການ; ຜ່ານການແຂ່ງຂັນຕ່າງໆ, ໜັງສືພິມກອງທັບປະຊາຊົນ ໄດ້ຮັບຄວາມເຄົາລົບນັບຖື ແລະຍາດໄດ້ຫຼາຍລາງວັນ. ໜັງສືພິມກອງທັບປະຊາຊົນ ໄດ້ຮັບການຕີລາຄາສູງຈາກການນຳພັກ, ລັດ, ສະມາຊິກສະພາແຫ່ງຊາດ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ແບ່ງປັນຄວາມຫຍຸ້ງຍາກລຳບາກໃນວິວັດການເຮັດວຽກຂອງນັກຂ່າວ, ນັກບັນນາທິການຂອງໜັງສືພິມກອງທັບປະຊາຊົນ, ທ່ານລັດຖະມົນຕີ ເນັ້ນໜັກວ່າ: ບັນດານັກຂ່າວໄດ້ຮັບການບໍາລຸງສ້າງຢ່າງມີແບບມີແຜນ, ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ທາງດ້ານວັດຖຸອຸປະກອນ ແລະພາຫະນະ..., ຮຽກຮ້ອງໃຫ້ບັນດາສະຫາຍແກ້ໄຂທຸກຄວາມຫຍຸ້ງຍາກ, ມີຫຼາຍບົດຂ່າວ, ບົດຂຽນທີ່ດີເພື່ອສ່ອງແສງການເຄື່ອນໄຫວຂອງກອງທັບ ແລະ ບັນຫາເສດຖະກິດ-ສັງຄົມ ຢ່າງຈິງໃຈ.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ລາຍງານຕໍ່ກັບທ່ານພົນເອກ ຟານວັນຢາງ ກ່ຽວກັບວິວັດແຫ່ງການພັດທະນາຂອງໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ມອບຊໍ່ດອກໄມ້ຊົມເຊີຍໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn |
ຕາງໜ້າໃຫ້ຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ, ທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ໄດ້ສະແດງຄວາມຂອບອົກຂອບໃຈສະຫາຍລັດຖະມົນຕີ ທີ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ; ພ້ອມທັງລາຍງານສະພາບການ ແລະໝາກຜົນການປະຕິບັດໜ້າທີ່ວຽກງານຂອງອົງການ ໃນໄລຍະຜ່ານມາ.
    |
 |
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະບັນນາທິການ, ການນໍາ, ຫົວໜ້າພະແນກຕ່າງໆ ຂອງໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn |
ຕາງໜ້າໃຫ້ໜັງສືພິມກອງທັບປະຊາຊົນ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ໃຫ້ຄຳໝັ້ນສັນຍາຕໍ່ກັບທ່ານລັດຖະມົນຕີ ທີ່ວ່າ: ໜັງສືພິມກອງທັບປະຊາຊົນ ຈະສືບຕໍ່ຈົ່ງຮັກພັກດີ, ຢຶດໝັ້ນ, ເປັນເຈົ້າການ, ປະດິດຄິດສ້າງ; ບຸກທະລຸ... ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
* ຕອນເຊົ້າວັນດຽວກັນ, ທ່ານພົນເອກ ຟານວັນຢາງ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ນັກຂ່າວ, ນັກບັນນາທິການວາລະສານປ້ອງກັນຊາດທ່ົວປວງຊົນ ແລະສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ, ອວຍພອນໃຫ້ວາລະສານປ້ອງກັນຊາດທ່ົວປວງຊົນ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ, ມອບຊໍ່ດອກໄມ້ຊົມເຊີຍສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ. ພາບ: qdnd.vn |
ທີ່ບັນດາອົງການລົງຢ້ຽມຢາມ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກຂອງວາລະສານປ້ອງກັນຊາດທ່ົວປວງຊົນ ແລະສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ ໃນໄລຍະຜ່ານມາ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ບັນດາອົງການຄວນເສີມຂະຫຍາຍຜົນງານທີ່ບັນລຸໄດ້, ປະດິດຄິດສ້າງຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບຫຼາຍຕື່ມອີກ; ສະແດງໃຫ້ເຫັນເຖິງຮູບພາບທະຫານລຸງໂຮ່ ໃນໄລຍະໃໝ່ຢ່າງມີຊີວິດຊີວາ, ມີຄວາມສາມາດແຜ່ຂະຫຍາຍໄປທົ່ວສັງຄົມ.
ໂດຍ: ທູຈາງ