ພິທີຕ້ອນຮັບທີ່ທ່າເຮືອຕຽນຊາມີຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະສະຫະພັນລັດເຊຍ.

ໃນຂອບເຂດການຢ້ຽມຢາມ, ການນຳຄະນະໄດ້ໄປວາງກະຕ່າດອກໄມ້ທີ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນດ່ານັງ, ເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນດ່ານັງ, ກອງບັນຊາການທະຫານເຮືອເຂດ 3 ແລະກອງບັນຊາການທະຫານເຮືອເຂດ 5; ນາຍທະຫານ, ລູກເຮືອກໍາປັ່ນຢ້ຽມຢາມ, ພົບປະແລກປ່ຽນກັບພະນັກງານ, ນັກຮົບທະຫານເຮືອເຂດ 3, ຢ້ຽມຊົມເຂດທ່ອງທ່ຽວຢູ່ທ້ອງຖິ່ນ; ຝຶກແອບລວມລະຫວ່າງກໍາປັ່ນທະຫານເຮືອຫວຽດນາມ ແລະກໍາປັ່ນສັງກັດກອງເຮືອປາຊີຟິກ, ທະຫານເຮືອລັດເຊຍ.

leftcenterrightdel
ພິທີຕ້ອນຮັບກອງກໍາປັ່ນສັງກັດກອງເຮືອປາຊີຟິກ, ທະຫານເຮືອສະຫະພັນລັດເຊຍ ຢູ່ທ່າເຮືອຕຽນຊາ. ພາບ: ວັນຈູງ

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ວັນຈູງ

leftcenterrightdel
ກອງກໍາປັ່ນສັງກັດແມ່ທັບເຮືອປາຊີຟິກ, ທະຫານເຮືອສະຫະພັນລັດເຊຍ ເຂົ້າທຽບທ່າເຮືອຕຽນຊາ. ພາບ: ວັນຈູງ

ການຢ້ຽມຢາມຂອງກອງກໍາປັ່ນສັງກັດແມ່ທັບເຮືອປາຊີຟິກ, ທະຫານເຮືອສະຫະພັນລັດເຊຍ ຢູ່ນະຄອນດ່ານັງ ຄັ້ງນີ້ຊ່ວຍເພີ່ມທະວີການພົວພັນມິດຕະພາບ, ມູນເຊື້ອ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ  ແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ; ພ້ອມທັງສະແດງບົດບາດ, ຮູບພາບການຕ່າງປະເທດຂອງນະຄອນດ່ານັງ, ຊ່ວຍໂຄສະນາຮູບພາບນະຄອນເຖິງເພື່ອນມິດສາກົນ.

ໂດຍ: ໄຊນີດາ