leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານນາງ Veerle Nouwens. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈ IISS ໄດ້ມອບຈົດໝາຍເຊີນທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ, ກ່າວຄໍາເຫັນທີ່ການເຈລະຈາ Shangri-La ຄັ້ງທີ 22; ເນັ້ນໜັກວ່າໃນ 20 ກວ່າປີຜ່ານມາ, ນັບແຕ່ເມື່ອການເຈລະຈາ Shangri-La ຄັ້ງທໍາອິດ ໄດ້ຈັດຕັ້ງເມື່ອປີ 2002, ກະຊວງປ້ອງກັນປະເທດຫວຽດນາມ ລ້ວນແຕ່ຈັດຄະນະເຂົ້າຮ່ວມ ແລະມີບົດກ່າວສໍາຄັນທີ່ບັນດາເວລະຄົບຄະນະ. ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາຢາກໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບບັນດາການນໍາ, ນັກຄົ້ນຄວ້າຂອງ IISS ໄປຢ້ຽມຢາມເພື່ອແລກປ່ຽນທັດສະນະ, ແບ່ງປັນບົດຮຽນ, ຊອກຫາຄວາມສາມາດຮ່ວມມື, ຄົ້ນຄວ້າລະຫວ່າງ IISS ກັບບັນດາອົງການຄົ້ນຄວ້າປ້ອງກັນຊາດຂອງຫວຽດນາມ; ຢືນຢັນວ່າ ກະຊວງປ້້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຄົ້ນຄວ້າສັງກັດສືບຕໍ່ຊຸກຍູ້ການຮ່ວມມືກັບ IISS, ຕັ້ງໜ້າຈັດຄະນະເຂົ້າຮ່ວມບັນດາການເຄື່ອນໄຫວໂດຍ IISS ພາກພື້ນອາຊີ ຈັດຕັ້ງບົນຄໍາເຊີນຂອງ IISS.

ສ່ວນທ່ານນາງ Veerle Nouwens ແຈ້ງໃຫ້ຊາບທ່ານພົນໂທ ຮວ່າງຊວນຈ໊ຽນ  ກ່ຽວກັບວຽກງານກະກຽມໃຫ້ການເຈລະຈາ ຄັ້ງທີ 22; ເນັ້ນໜັກບັນດາຫົວເລື່ອງໄດ້ປຶກສາຫາລືທີ່ການເຈລະຈາປີນ້ີສ່ອງແສງສະພາບຕົວຈິງຂອງພາກພື້ນ ແລະໂລກໃນປະຈຸບັນ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າດ້ວຍການກະກຽມຂອງ IISS ເວົ້າລວມ ແລະພາກພື້ນອາຊີ ເວົ້າສະເພາະ, ການເຈລະຈາ Shangri-La ຄັ້ງທີ 22 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງພາກພື້ນ.

ໂດຍ: ໄຊນີດາ