ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສໍາຄັນໃນການພົວພັນຫວຽດນາມ - ກູບາ
ກປ.ອອນໄລ - ວັນທີ 2 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການພົບປະກັບທ່ານພົນຕີ Victor Leonardo Rojo Ramos ຫົວໜ້າການເມືອງບັນດາກໍາລັງປະກອບອາວຸດປະຕິວັດກູບາ.
ທ່ານພົນໂທ ຈິ້ງວັນກວຽດ ຂອບໃຈຄະນະຜູ້ແທນກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ທີ່ໄດ້ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ລະນຶກເຖິງການໜູນຊ່ວຍຢ່າງສຸດຈິດສຸດໃຈ, ຊອບທຳຂອງປະຊາຊົນກູບາ ແລະບັນດາກຳລັງປະກອບອາວຸດປະຕິວັດກູບາ. ທ່ານພົນໂທ ຈິ້ງວັນກວຽດ ຢືນຢັນວ່າ ໃນໄລຍະຈະມາເຖິງ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ຊີ້ນໍາບັນດາອົງການ, ກົມກອງທີ່ກ່ຽວຂ້ອງຜັນຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຢ່າງແທດຈິງ ແລະມີປະສິດທິຜົນ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນຕີ Victor Leonardo Rojo Ramos. ພາບ: qdnd.vn |
ໃນສະພາບການທີ່ສອງປະເທດກະກຽມສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-1291960 / 2-12-2025) ແລະ ປີ 2025 ທີ່ການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນ “ປີມິດຕະພາບຫວຽດນາມ-ກູບາ”, ທ່ານພົນໂທ ຈິ້ງວັນກວຽດ ປາດຖະໜາວ່າ ສອງຝ່າຍຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ເນື່ອງໃນໂອກາດນີ້ຢ່າງມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງເພື່ອໃຫ້ປະຊາຊົນສອງປະເທດ ແລະເພື່ອນມິດສາກົນ, ພິເສດແມ່ນລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ສອງກອງທັບກວ່າອີກ.
ທ່ານພົນຕີ Victor Leonardo Rojo Ramos ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ມີປະສິດທິຜົນໃນຫຼາຍຂົງເຂດໃນໄລຍະຜ່ານມາ, ໃນນັ້ນມີວຽກງານພັກ, ວຽກງານການເມືອງ; ຕີລາຄາສູງເລື່ອງສໍາເລັດພາກທີ 4, 5 ຂອງຮູບເງົາເອກະສານ “ສອງຫົວໃຈເຕັ້ນຈັງຫວະດຽວ”, ປະກອບສ່ວນໂຄສະນາເຜີຍແຜ່ການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ສອງກອງທັບໃຫ້ກວ້າງຂວາງ.
ໂດຍ: ຈາງຫງວຽນ