ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຫາຍຟ່ອງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງທະຫານເຮືອປະຊາຊົນຫວຽດນາມ (7-5-1955 / 7-5-2025) ແລະປະດັບຫຼຽນໄຊໂຮ່ຈີມິນ ໃຫ້ແກ່ເຫຼົ່າທັບເຮືອ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: vov.vn

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ສະເໜີໃຫ້ເຫຼົ່າທັບເຮືອກຳແໜ້ນສະພາບການ, ເປັນເສນາທິການໃຫ້ກັບພັກ, ລັດ, ອົງຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດບັນດາແຜນນະໂຍບາຍ, ວິທີທາງຮັບມື, ມາດຕະການທີ່ຖືກຕ້ອງ, ທັນການ, ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ທະເລ, ໝູ່ເກາະ “ແຕ່ຫົວທີ”, “ແຕ່ໄກ”, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະເລເພື່ອສ້າງສາ, ພັດທະນາປະເທດຊາດ.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: vov.vn

ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ພະນັກງານ, ນັກຮົບເຫຼົ່າທັບເຮືອ ຈະສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອຕໍ່ສູ້ຢ່າງພິລະອາດຫານ; ມີຄວາມສະຫຼາດຫຼັກແຫຼມ, ປະດິດຄິດສ້າງ; ເປັນເຈົ້າເຂດທະເລ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບນຳພາປະເທດຊາດມີຄວາມໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາຢ່າງຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນຂອງຊາດຫວຽດນາມ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ