ກໍາປັ່ນທະຫານເຮືອ ສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ
ກປ.ອອນໄລ - ວັນທີ 4 ພຶດສະພາ, ກຳປັ່ນຂັບໄລ່ Kang Gam Chang ຂອງທະຫານເຮືອ ສ.ເກົາຫຼີ ພ້ອມດ້ວຍນາຍທະຫານ ແລະລູກເຮືອ 296 ຄົນ ນໍາໂດຍທ່ານພັນເອກ Kwon Yong Gu ໄດ້ເຂົ້າທຽບທ່າ ຕຽນຊາ, ເລີ່ມຕົ້ນການຢ້ຽມຢາມນະຄອນດ່ານັ້ງ ແຕ່ວັນທີ 4 ຫາວັນທີ 6 ພຶດສະພາ.
ເຂົ້າຮ່ວມພິທີຕ້ອນຮັບຢູ່ທ່າກຳປັ່ນ ຕຽນຊາ ມີຜູ້ຕາງໜ້າການນຳທະຫານເຮືອເຂດ 3, ຄະນະກໍາມະການປະຊາຊົນນະຄອນດ່ານັ້ງ, ທະຫານເຂດ 5, ກອງບັນຊາການທະຫານນະຄອນດ່ານັ້ງ, ກອງບັນຊາການທະຫານຊາຍແດນນະຄອນ ດ່ານັ້ງ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ກົມປ້ອງກັນພາຍໃນກອງທັບ, ຕໍາຫຼວດທະເລເຂດ 2.
ຝ່າຍ ສ.ເກົາຫຼີ ມີທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະພະນັກງານ, ລັດຖະກອນສະຖານກົງສູນໃຫຍ່ ສ.ເກົາຫຼີ ປະຈໍາຢູ່ດ່ານັ້ງ.
    |
 |
ພິທີຕ້ອນຮັບກຳປັ່ນຂັບໄລ່ Kang Gam Chang ຢູ່ທ່າກຳປັ່ນ ຕຽນຊາ. ພາບ: qdnd.vn |
    |
 |
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ໃນການຢ້ຽມຢາມຄັ້ງນີ້, ຄະນະບັນຊາກຳປັ່ນ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລະທະຫານເຮືອເຂດ 3; ນາຍທະຫານ ແລະລູກເຮືອ ຢ້ຽມຢາມບັນດາສະຖານທີ່ທາງດ້ານວັດທະນະທໍາຢູ່ທ້ອງຖິ່ນ; ຝຶກຊ້ອມຮ່ວມລະຫວ່າງກໍາປັ່ນທະຫານເຮືອຫວຽດນາມ ແລະກໍາປັ່ນທະຫານເຮືອ ສ.ເກົາຫຼີ.
    |
 |
ກຳປັ່ນຂັບໄລ່ Kang Gam Chang ເຂົ້າທຽບທ່າກຳປັ່ນ ຕຽນຊາ. ພາບ: qdnd.vn |
    |
 |
ກໍາປັ່ນຂັບໄລ່ Kang Gam Chang ຢູ່ທ່າກຳປັ່ນ ຕຽນຊາ. ພາບ: qdnd.vn |
ການຢ້ຽມຢາມຂອງກຳປັ່ນຂັບໄລ່ Kang Gam Chang ຢູ່ນະຄອນດ່ານັ້ງ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ.
ໂດຍ: ໄຊຊະນະ