ຮ້ານອາຫານການກິນຂອງກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດສາກົນ ແລະດຶງດູດແຂກຄົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

leftcenterrightdel
ຜູ້ບັນຊາການກອງຊ່າງແສງເລກ 3 ຖ່າຍຮູບຮ່ວມກັບຜູ້ບັນຊາການບັນດາກົມກອງເພື່ອນມິດ. ພາບ: qdnd.vn

ງານບຸນວັດທະນະທຳ ແລະອາຫານການກິນນາໆຊາດຢູ່ຄະນະປະຕິບັດງານ UNISFA ແມ່ນໂອກາດ ເພື່ອໃຫ້ບັນດາປະເທດທີ່ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ເຂດ Abyei ນຳສະເໜີສີວັນວັດທະນະທຳຂອງຊາດ, ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງບັນດາກຳລັງສາກົນ. ກໍາລັງຫວຽດນາມ ລວມມີໜ່ວຍປະຕິບັດງານກະຊວງປ້ອງກັນປະເທດ, ໜ່ວຍປະຕິບັດງານກະຊວງຕຳຫຼວດ ແລະກອງຊ່າງແສງເລກ 3 ໄດ້ກະກຽມຢ່າງຕັ້ງໜ້າ ແລະເຂົ້າຮ່ວມງານບຸນດ້ວຍຈິດໃຈເອກອ້າງທະນົງໃຈຊາດ ແລະຄວາມຮັບຜິດຊອບສູງ,  ເພື່ອແນໃສ່ນຳສະເໜີວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດຂອງຫວຽດນາມ.

leftcenterrightdel
 
leftcenterrightdel
ຮ້ານອາຫານການກິນຫວຽດນາມ ດຶງດູດບັນດາຜູ້ທີ່ມັກອາຫານຫວຽດນາມ ເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

ທ່ານພັນໂທ ຫງວຽນຢຸຍນາມ, ຫົວໜ້າໝວດພະລາທິການ ແລະຮັບປະກັນ, ຜູ້ທີ່ເຂົ້າຮ່ວມໃນການກະກຽມຮ້ານອາຫານການກິນໂດຍກົງ, ແບ່ງປັນວ່າ: “ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນອາຫານການກິນຄັ້ງນີ້, ພວກຂ້າພະເຈົ້າ ໄດ້ເລືອກບັນດາເຍື່ອງອາຫານພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍລົດຊາດບ້ານເກີດເມືອງນອນ, ພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນເພື່ອນມິດສາກົນມີຄວາມກະຕືລືລົ້ນຮັບປະທານ ແລະຍ້ອງຍໍຊົມເຊີຍບັນດາເຍື່ອງອາຫານຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ພວກຂ້າພະເຈົ້າ ໂຄສະນາຮູບພາບປະເທດຊາດ, ປະຊາຊົນ ແລະວັດທະນະທໍາເຖິງເພື່ອນມິດສາກົນ.

leftcenterrightdel
 
leftcenterrightdel
ເພື່ອນມິດສາກົນຖ່າຍຮູບຢູ່ຕໍ່ໜ້າຮ້ານອາຫານການກິນ ແລະວັດທະນະທຳຫວຽດນາມ. ພາບ: qdnd.vn

ໂດຍເປັນຄົນທີ່ເຄີຍມາທ່ຽວຫວຽດນາມ, ຮ້ອຍເອກນາງ Rossmary Lucia Cristine Segovia Vidal, ນາຍທະຫານຫ້ອງປະສານງານນັກສັງເກດການທະຫານ, ຊາວເປຣູ ແບ່ງປັນວ່າ: ປີກາຍນີ້, ຂ້າພະເຈົ້າ ໄດ້ມາທ່ຽວຫວຽດນາມ, ປະເທດແຫ່ງສຸດຍອດທີ່ມີວັດທະນະທຳຫຼາຍຮູບຫຼາຍແບບ ແລະປະຊາຊົນທີ່ໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າ ນຸ່ງເສື້ອຍາວຫວຽດນາມທີ່ສວຍງາມ. ຂ້າພະເຈົ້າ ໄດ້ໄປທ່ຽວນະຄອນໂຮ່ຈີມິນ ແລະນະຄອນຫຼວງຮ່າໂນ້ຍ. ຂອບໃຈເພື່ອນມິດຫວຽດນາມ ຫຼາຍໆ.

leftcenterrightdel
 
leftcenterrightdel
ເພື່ອນມິດສາກົນຖ່າຍຮູບເປັນທີ່ລະນຶກກັບບັນດາທະຫານໝວກເບເລສີຟ້າຫວຽດນາມ. ພາບ: qdnd.vn

ກ່ອນງານບຸນອາຫານການກິນ, ກອງຊ່າງແສງເລກ 3 ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວແຂ່ງຂັນກິລາມິດຕະພາບໂດຍຄະນະປະຕິບັດງານ ຈັດຕັ້ງຢ່າງຕັ້ງໜ້າ.

leftcenterrightdel
ແຂ່ງຂັນກິລາມິດຕະພາບກັບກົມກອງບັງກະລາເທດ. ພາບ: qdnd.vn
leftcenterrightdel
ຖ່າຍຮູບເປັນທີ່ລະນຶກກັບທີມບານສົ່ງກົມກອງປາກິດສະຖານ. ພາບ: qdnd.vn

ງານບຸນວັດທະນະທຳ ແລະອາຫານການກິນນາໆຊາດທີ່ຄະນະປະຕິບັດງານ UNISFA ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ. ບັນດານັກຮົບໝວກເບເລສີຟ້າຫວຽດນາມ - ບັນດາ “ທູດວັດທະນະທຳ” ໄດ້ປະກອບສ່ວນໂຄສະນາເຜີຍແຜ່ພາບພົດປະເທດຫວຽດນາມ ທີ່ສະໜິດສະໜົມ, ຮັກແຂກແພງຄົນ ແລະຮີດຄອງປະເພນີອັນດີງາມ.

ໂດຍ: ທະນາພອນ