ສືບຕໍ່ປັບປຸງ ແລະພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສະຫະພັນລັດເຊຍ
ກປ.ອອນໄລ - ໃນຂອບເຂດຢ້ຽມຢາມສະຫະພັນລັດເຊຍ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ, ວັນທີ 10 ພຶດສະພາ, ທີ່ນະຄອນຫຼວງມົດສະກູ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ Andrey Removich Belousov ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໄດ້ລົງນາມແຜນການຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ໃນຂົງເຂດປ້ອງກັນຊາດໄລຍະ 2026-2030. ນີ້ແມ່ນເອກະສານຮ່ວມມືສໍາຄັນ, ກໍານົດທິດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະ 5 ປີຈະມາເຖິງ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Andrey Removich Belousov ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຢູ່ມົດສະກູ, ເດືອນ ສິງຫາ 2024. ພາບ: qdnd.vn |
* ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ມີການພົບປະກັບທ່ານພົນໂທ Alexander Vasilyevich Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ.
ໂດຍແລກປ່ຽນກ່ຽວກັບໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ, ສອງຝ່າຍຕີລາຄາວ່າ ພ້ອມກັບການພັດທະນາການພົວພັນສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຍາມໃດກໍ່ໄດ້ຮັບການເອົາໃຈໃສ່, ປັບປຸງ ແລະພັດທະນາ, ກາຍເປັນເສົາຄໍ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.
    |
 |
ທ່ານພົນເອກ ຟານວັນຢາງ ພົບປະທາງນອກກັບທ່ານພົນໂທ Alexander Vasilyevich Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ. ພາບ: ທູຈາງ |
ເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງເພື່ອຜັນຂະຫຍາຍ, ເສີມຂະຫຍາຍເອກະສານຮ່ວມມືທີ່ໄດ້ລົງນາມ ແລະກົນໄກຮ່ວມມືທີ່ມີຢູ່ໃນປະຈຸບັນໃຫ້ມີປະສິດທິຜົນ; ເພີ່ມທະວີການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ສຶກສາໃຫ້ພະນັກງານ; ເປີດກວ້າງການຮ່ວມມືຄົ້ນຄວ້າວິທະຍາສາດ, ນໍາໃຊ້ ແລະຖ່າຍທອດເຕັກໂນໂລຢີໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ ເພື່ອກໍ່ສ້າງສູນກາຍເປັນຮູບແບບ, ສັນຍາລັກໃຫ້ການພົວພັນລະຫວ່າງສອງປະເທດ; ຮັກສາການສົມທົບ, ທາບທາມຢູ່ບັນດາເວທີປາໄສສາກົນຫຼາຍຝ່າຍກ່ຽວກັບການປ້ອງກັນຊາດ, ໂດຍສະເພາະແມ່ນບັນດາກົນໄກເຊິ່ງອາຊຽນ ຊັກນໍາ, ໃນນັ້ນມີກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+); ສືບຕໍ່ຕັ້ງໜ້າສະໜັບສະໜູນ, ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດແຕ່ລະປະເທດຈັດຕ້ັງໃນໄລຍະຈະມາເຖິງ...
ໂດຍ: ໄຊນີດາ