ກະຊວງປ້ອງກັນປະເທດ ພົບປະກັບບັນດາສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ
ກປ.ອອນໄລ - ຕອນບ່າຍວັນທີ 4 ພຶດສະພາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະກັບບັນດາສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ ກ່ອນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຊຸດທີ XV.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
    |
 |
ທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງໂລກ ແລະພາກພື້ນທີ່ກ່ຽວຂ້ອງເຖິງການທະຫານ, ການປ້ອງກັນຊາດ; ຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະການປະຕິບັດລະບຽບວິໄນ, ກົດໝາຍໃນໄລຍະຜ່ານມາ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຂອງປະເທດ, ແມ່ນກອງປະຊຸມທີ່ມີວຽກງານຫຼາຍ. ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ ທີ່ເຂົ້າຮ່ວມກອງປະຊຸມຄວນຍົກສູງຄວາມຮັບຜິດຊອບ, ປະຕິບັດພາລະບົດບາດ, ສິດອຳນາດຂອງບັນດາສະມາຊິກສະພາແຫ່ງຊາດ ເພື່ອປະກອບຄໍາຄິດຄໍາເຫັນ, ປະກອບສ່ວນເຂົ້າໃນບັນດາເນື້ອໃນທີ່ສະພາແຫ່ງຊາດ ປຶກສາຫາລື, ຂໍຄໍາຄິດເຫັນ. ພ້ອມກັນນັ້ນ, ທ່ານພົນເອກ ຫງວຽນເຕິນເກືອງ ໃສ່ໃຈວ່າ ເມື່ອກ່າວຄໍາເຫັນ, ບັນດາສະມາຊິກສະພາແຫ່ງຊາດ ຕ້ອງໄດ້ກະກຽມກ່ອນ, ເນື້ອໃນຕ້ອງລະອຽດ, ມີຄວາມເຫັນທີ່ຈະແຈ້ງ, ພິເສດແມ່ນບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງກອງທັບໂດຍກົງ. ໃນໄລຍະເຮັດວຽກ, ບັນດາສະມາຊິກສະພາແຫ່ງຊາດ ຕ້ອງສະແດງໃຫ້ເຫັນການເປັນແບບຢ່າງໃນການປະຕິບັດຂໍ້ກໍານົດຂອງສະພາແຫ່ງຊາດ ຢ່າງເຂັ້ມງວດ, ປະຕິບັດເຂັ້ມງວດລະບຽບການອອກປາກອອກສຽງ, ຮັບປະກັນຄວາມລັບດ້ານການທະຫານ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.
ໂດຍ: ກວຽດເຕິມ