ນັກຂ່າວ: ຂໍຮຽນສະຫາຍ, ດ້ວຍບົດບາດເປັນກົມກອງຫຼັກແຫຼ່ງໃນການເປີດບັ້ນຮົບປົດປ່ອຍ ບວນມາທວດ, ກອງພົນ 316 ໄດ້ສ້າງຂີດໝາຍປະຫວັດສາດອັນເລິກເຊິ່ງ. ໃນໄລຍະທາງ 74 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ສິ່ງໃດແມ່ນຄຸນຄ່າຫຼັກທີ່ສ້າງສີສັນສະເພາະຂອງກອງພົນ?

ທ່ານພັນເອກພິເສດ ບຸ່ຍແທ໊ຢູງ: ສາມາດເວົ້າໄດ້ວ່າ ແຕ່ລະໄລຍະພັດທະນາຂອງກອງພົນ 316 ລ້ວນແຕ່ຕິດພັນກັບຂີດໝາຍປະຫວັດສາດອັນສະຫງ່າລາສີຂອງຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ພຶດສະພາ ປີ 1951, ກົມກອງໄດ້ຜ່ານຫຼາຍບັ້ນຮົບທີ່ດຸເດືອດ, ຈາກບັ້ນຮົບທິດຕາເວັນຕົກສ່ຽງເໜືອ, ບັ້ນຮົບດ້ຽນບຽນຝູ, ບັ້ນຮົບພາກກາງລາວ ຈົນຮອດການຕໍ່ສູ້ກູ້ຊາດຕ້ານອາເມລິກາ,  ເຊິ່ງຈຸດສູງສຸດແມ່ນບົດບາດຕັ້ງຫຼັກເປີດບັ້ນຮົບໄຕງວຽນ ໃນປີ 1975, ເປັນການເປີດສາກໃຫ້ການບຸກໂຈມຕີຂະໜາດໃຫຍ່ໃນມະຫາໄຊລະດູບານໃໝ່.

ສິ່ງທີ່ສ້າງສີສັນສະເພາະຂອງກອງພົນ ບໍ່ພຽງແຕ່ແມ່ນຜົນງານອັນສະຫງ່າລາສີເທົ່ານັ້ນ ແຕ່ຕົ້ນຕໍແລ້ວແມ່ນບັນດາພະນັກງານ, ນັກຮົບຍາມໃດກໍມີຄວາມ “ຈົ່ງຮັກພັກດີ - ກຸ້ມຕົນເອງ - ສາມັກຄີ -  ອົງອາດກ້າຫານ  - ປະດິດຄິດສ້າງ - ໄຊຊະນະ”. 6 ຄຸນທາດເຫຼົ່ານັ້ນບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ແຕ່ໄດ້ກາຍເປັນລະບົບຄຸນຄ່າອັນເລິກເຊິ່ງ, ໃນຕະຫຼອດວິວັດການຕໍ່ສູ້, ກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວຂອງກົມກອງ.

ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອກຸ້ມຕົນເອງ ແລະປະດິດຄິດສ້າງ. ໃນທຸກໆກໍລະນີ, ນັບແຕ່ໄລຍະເຄື່ອນທັບທີ່ຫຍຸ້ງຍາກລຳບາກໃນບັ້ນຮົບດ້ຽນບຽນຝູ ຈົນຮອດການຕໍ່ສູ້ໃນພູມສັນຖານພູຜາປ່າດົງໄຕງວຽນ, ພະນັກງານ, ນັກຮົບຂອງກອງພົນ ຍາມໃດກໍຊອກວິທີການຕີໃຫ້ເໝາະສົມ, ເສີມຂະຫຍາຍກຳລັງແຮງພາຍໃນ, ມີຫົວຄິດປະດິດສ້າງໃນຍຸດທະວິທີ. ນ້ຳໃຈສາມັກຄີ ແລະອົງອາດກ້າຫານໄດ້ຜູກພັນທຸກລຸ້ນຄົນ, ຊ່ວຍໃຫ້ກົມກອງຜ່ານຜ່າທຸກສິ່ງທ້າທາຍ, ຈາກລູກລະເບີດໃນສົງຄາມຈົນເຖິງຄວາມຫຍຸ້ງຍາກລຳບາກໃນສັນຕິພາບ.

ນັກຂ່າວ: ໂດຍເສີມຂະຫຍາຍມູນເຊື້ອ, ໃນໄລຍະຜ່ານມາ, ທາງກອງພົນໄດ້ຜັນຂະຫຍາຍມາດຕະການແກ້ໄຂໃດແດ່ ເພື່ອປັບປຸງຄຸນນະພາບການຝຶກແອບ, ການກຽມພ້ອມສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປົກປັກຮັກສາປະເທດຊາດ ໃນສະພາບການໃໝ່?

ທ່ານພັນເອກພິເສດ ບຸ່ຍແທ໊ຢູງ: ໃນສະພາບການໂລກ, ພາກພື້ນ ແລະພາຍໃນປະເທດພວມວາງອອກຄວາມຮຽກຮ້ອງຕ້ອງການສູງຕໍ່ກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ, ສະນັ້ນ, ກອງພົນ 316 ໄດ້ກຳນົດຢ່າງຈະແຈ້ງວ່າ ການຍົກສູງຄຸນນະພາບລວມ, ລະດັບ ແລະຄວາມສາມາດກຽມພ້ອມສູ້ຮົບແມ່ນໜ້າທີ່ໃຈກາງ, ເປັນປະຈຳ ແລະຍາວນານ.

ກ່ອນອື່ນໝົດ, ພວກຂ້າພະເຈົ້າໄດ້ສຸມໃສ່ການປ່ຽນແປງໃໝ່ ແລະຍົກສູງຄຸນນະພາບຂອງວຽກງານຝຶກແອບ. ໃກ້ຊິດຕິດແທດກັບທິດນໍາທີ່ວ່າ  “ພື້ນຖານ, ແທດຈິງ, ໜັກແໜ້ນ”, ຝຶກແອບໃຫ້ຕິດແທດກັບໜ້າທີ່, ບໍລິເວນ, ວິທີການສູ້ຮົບ; ຈັດຕັ້ງການຝຶກແອບຢູ່ນອກກົມກອງ, ຝຶກແອບເຄື່ອນທີ່, ຝຶກຝົນຫຼໍ່ຫຼອມໃນເງື່ອນໄຂທີ່ສັບສົນ, ໃກ້ຊິດຕິດແທດກັບສະພາບຕົວຈິງຂອງການສູ້ຮົບ. ຈຸດໃໝ່ໃນການຝຶກແອບແມ່ນເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຮູບແບບຈໍາລອງໃນການບັນຊາ-ເສນາ ແລະສົມທົບລະຫວ່າງທິດສະດີກັບການປະຕິບັດຕົວຈິງຢ່າງແໜ້ນແຟ້ນ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍແທ໊ຢູງ ກວດກາການຝຶກແອບໄລຍະທີ 1 ກ້ອນກໍາລັງເຂົ້າຮ່ວມການສວນສະໜາມ, ເດີນບະບວນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ. ພາບ: ຕວ້ນຮຸ່ງ

ໄປຄຽງຄູ່ກັນນັ້ນ, ກອງພົນຍັງໄດ້ເອົາໃຈໃສ່ກໍ່ສ້າງຄຸນທາດການເມືອງ, ຝຶກຝົນຫຼໍ່ຫຼອມເຈດຈຳນົງຕໍ່ສູ້ ແລະນ້ຳໃຈພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອປະເທດຊາດໃຫ້ແກ່ພະນັກງານ, ນັກຮົບແຕ່ລະຄົນ. ວຽກງານສຶກສາດ້ານການເມືອງແນວຄິດ ໄດ້ຮັບການຈັດຕັ້ງຢ່າງມີໄຫວພິບ, ເລິກເຊິ່ງ, ໃກ້ຊິດຕິດແທດ,  ຕິດພັນກັບແຕ່ລະໜ້າທີ່ລະອຽດ. ອົງການຈັດຕັ້ງພັກທຸກຂັ້ນຍາມໃດກໍແມ່ນຫຼັກແຫຼ່ງແກ່ນສານໃນການນໍາພາຢ່າງຮອບດ້ານ, ຮັບປະກັນໃຫ້ກົມກອງມີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບຢ່າງສູງ. ກອງພົນໄດ້ຈັດຕັ້ງການຝຶກຊ້ອມ, ການເສັງ, ການແຂ່ງຂັນກິລາດ້ວຍຫຼາຍລະດັບຢ່າງເປັນປະຈຳ ເພື່ອກວດກາຄວາມສາມາດເຄື່ອນທີ່, ການປະສານສົມທົບໃນການສູ້ຮົບ, ກຳລັງຄວາມສາມາດໃນການຈັດຕັ້ງບັນຊາໃນທຸກກໍລະນີຕົວຈິງ.

ນັກຂ່າວ: ນອກຈາກໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບແລ້ວ, ກອງພົນ 316 ຍັງໄດ້ເຂົ້າເຖິງປະຊາຊົນຢ່າງເປັນປະຈໍາ, ຊ່ວຍເຫຼືອປະຊາຊົນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ສະຫາຍສາມາດແບ່ງປັນບາງການເຄື່ອນໄຫວພົ້ນເດັ່ນທີ່ພະນັກງານ, ນັກຮົບຂອງກອງພົນ ໄດ້ຜັນຂະຫຍາຍໃນໂຄງການ “ເພື່ອປະຊາຊົນ, ອີງໃສ່ປະຊາຊົນ”?

ທ່ານພັນເອກພິເສດ ບຸ່ຍແທ໊ຢູງ: ຕໍ່ກັບກອງພົນ 316, ຈິດໃຈ “ເພື່ອປະຊາຊົນ, ອີງໃສ່ປະຊາຊົນ” ໄດ້ຝັງເລິກໃນທຸກການເຄື່ອນໄຫວ, ວຽກເຮັັັັັັັັັັັັັດຂອງພະນັກງານ, ນັກຮົບແຕ່ລະຄົນ. ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າ ການຊ່ວຍເຫຼືອປະຊາຊົນເພື່ອປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໂລກລະບາດແມ່ນໜ້າທີ່ການເມືອງເປັນປະຈຳ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄຸນທາດທະຫານລຸງໂຮ່ ໃນສະໄໝສັນຕິພາບ.

ໃນຊຸມປີຜ່ານມາ, ໃນຍາມທີ່ເກີດໄພພິບັດທໍາມະຊາດ, ຄື: ນໍ້າແກ້ງ, ນ້ຳຊຸ, ດິນເຈື່ອນ, ພະຍຸນໍ້າຖ້ວມ, ພະນັກງານ, ນັກຮົບຂອງກອງພົນ ລ້ວນແຕ່ເຄື່ອນທີ່, ສົມທົບກັບອໍານາດການປົກຄອງທ້ອງຖິ່ນຢ່າງວ່ອງໄວ ເພື່ອຍົກຍ້າຍປະຊາຊົນ, ກູ້ໄພກູ້ຊີບ, ກໍ່ສ້າງເຮືອນຄືນໃໝ່, ແກ້ໄຂຜົນຮ້າຍຢ້ອນຫຼັງ. ຕົວຢ່າງຄືໃນລະດູນ້ຳຖ້ວມ ເດືອນກັນຍາ ປີ 2024, ເຫດດິນເຈື່ອນໄດ້ເກີດຂຶ້ນຢູ່ບາງເມືອງໃນແຂວງລ່າວກາຍ, ອຽນບ໊າຍ, ຟູເຖາະ, ຕວຽນກວາງ, ທາງກອງພົນ ໄດ້ລະດົມພະນັກງານ, ນັກຮົບ 1.472 ຄົນ; ພາຫະນະ 66 ຄັນ ເພື່ອຊ່ວຍເຫຼືອປະຊາຊົນອອກຈາກເຂດປະສົບໄພນ້ຳຖ້ວມ. ຮູບພາບຂອງນັກຮົບແຊ່ນ້ຳ, ແຊ່ຕົມ, ເກັບກ້ອນຫີນເພື່ອເຮັດໃຫ້ຖະໜົນຫົນທາງມີບ່ອນລະບາຍນ້ຳອອກ, ຫຼືກູ້ຊ່ວຍປະຊາຊົນຢູ່ບ້ານໜູ (ເມືອງບ໊າວອຽນ, ແຂວງລາວກາຍ) ໄດ້ສ້າງຄວາມປະທັບໃຈອັນດີງາມໃນໃຈປະຊາຊົນ.

ບໍ່ພຽງແຕ່ໃນຍາມເກີດໄພທຳມະຊາດເທົ່ານັ້ນ, ໃນການດຳລົງຊີວິດປະຈຳວັນ, ກອງພົນ 316 ຍັງໄດ້ຈັດຕັ້ງຫຼາຍໂຄງການເຄື່ອນທັບຢູ່ນອກກົມກອງ ເພື່ອເຮັດວຽກງານຂົນຂວາຍປະຊາຊົນ, ກວດພະຍາດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ... ໄດ້ກາຍເປັນຈຸດຄວາມງາມໃນວັດທະນະທຳການທະຫານຂອງກົມກອງ. ອາລົມຈິດເຫຼົ່ານັ້ນແມ່ນລາງວັນອັນໃຫຍ່ຫຼວງທີ່ສຸດ, ເປັນພະຍານຫຼັກຖານໃຫ້ແກ່ຄວາມຜູກພັນທີ່ໝັ້ນແກ່ນລະຫວ່າງທະຫານ ກັບປະຊາຊົນ.

ນັກຂ່າວ: ຂໍຂອບໃສະຫາຍ!

ໂດຍ: ທູຈາງ