ພົນເອກ ຟານວັນຢາງ ຢ້ຽມຢາມ ແລະລະດົມກໍາລັງໃຈກໍາລັງປືນໃຫຍ່ ແລະກ້ອນກຳລັງສວນສະໜາມ, ແຫ່ຂະບວນ
ກປ.ອອນໄລ - ວັນທີ 27 ເມສາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະລະດົມກໍາລັງໃຈບັນດາກໍາລັງປືນໃຫຍ່ ແລະກ້ອນກຳລັງສວນສະໜາມ, ແຫ່ຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
ຢ້ຽມຢາມກໍາລັງປືນໃຫຍ່ຢູ່ເຂດສວນສາທາລະນະແບກດັ່ງ (ນະຄອນ ໂຮ່ຈີມິນ), ຕາງໜ້າຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງພະນັກງານ, ນັກຮົບເຫຼົ່າຮົບປືນໃຫຍ່ເວົ້າລວມ ແລະກອງພົນນ້ອຍປືນໃຫຍ່ 96 ເວົ້າສະເພາະ; ພ້ອມກັນນັ້ນ, ຮຽກຮ້ອງບັນດາກົມກອງຕ້ອງສືບຕໍ່ແກ້ໄຂທຸກເງື່ອນໄຂ, ຍາມໃດກໍ່ຮັກສາສຸຂະພາບເຂັ້ມແຂງ, ສາມັກຄີ, ລະມັດລະວັງບໍ່ລະເຫຼີງ. ຈາກພຶດຕິກຳຂອງຜູ້ບັນຊາການເຖິງພຶດຕິກຳຂອງນັກຍິງປືນໃຫຍ່ແຕ່ລະຄົນຕ້ອງມີຄວາມຊັດເຈນຢ່າງເດັດຂາດ.
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ກໍາລັງປືນໃຫຍ່. ພາບ: qdnd.vn |
ເຖິງວ່າເວລາຍັງນ້ອຍກໍ່ຕາມ, ແຕ່ໜ້າທີ່ວາງອອກນັບມື້ນັບຮຽກຮ້ອງຕ້ອງເຄັ່ງຄັດ, ລະມັດລະວັງກວ່າ. ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ກົມກອງຮັກສາລະບອບການຝຶກແອບຢ່າງເຂັ້ມງວດ, ປະຕິບັດລະບຽບວິໄນກອງທັບຢ່າງເຂັ້ມງວດ, ກໍາແໜ້ນສະພາບການແນວຄິດທະຫານ, ເສີມຂະຫຍາຍມູນເຊື້ອທະຫານປືນໃຫຍ່ “ຕີນທອງ, ບ່າເຫຼັກ, ສູ້ຮົບດີ, ຍິງຖືກເປົ້າໝາຍ” ເພື່ອປະຕິບັດໜ້າທີ່ວຽກງານໃນພິທີສະເຫຼີມສະຫຼອງໃຫ້ສໍາເລັດຢ່າງດີເລີດ.
ເມື່ອໄປຢ້ຽມຢາມກ້ອນກໍາລັງສວນສະໜາມ, ແຫ່ຂະບວນຢູ່ໂຮງຮຽນການທະຫານເຂດ 7, ທ່ານພົນເອກ ຟານວັນຢາງ ຢື້ຢາມຖາມຂ່າວ ແລະລະດົມກໍາລັງໃຈພະນັກງານ, ນັກຮົບທີ່ເຂົ້າຮ່ວມປະຕິບັດໜ້າທີ່. ທ່ານພົນເອກ ຟານວັນຢາງ ຊົມເຊີຍບັນດາໝາກຜົນຂອງກ້ອນກໍາລັງສວນສະໜາມ, ແຫ່ຂະບວນໃນໄລຍະການຝຶກແອບ, ກວດຜ່ານເບື້ອງຕົ້ນ, ກວດຜ່ານລະດັບຊາດສຸດທ້າຍ ແລະເນັ້ນໜັກວ່າ: ການຝຶກແອບວິຊາງົດງາມແມ່ນຫຍຸ້ງຍາກທີ່ສຸດ, ສະນັ້ນ, ພະນັກງານ, ນັກຮົບແຕ່ລະຄົນຕ້ອງສາມັກຄີ, ຕັດສິນໃຈ, ຮ່ວມແຮງຮ່ວມໃຈດ້ວຍຈິດໃຈ “ທຸກຄົນເພື່ອຄົນໜຶ່ງ ແລະຄົນໜຶ່ງເພື່ອທຸກຄົນ”.
ທ່ານພົນເອກ ຟານວັນຢາງ ສະເໜີພະນັກງານ, ນັກຮົບເສີມຂະຫຍາຍບັນຍາກາດ, ຈິດໃຈເດີນສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024) ເພື່ອປະຕິບັດໜ້າທີ່ເດີນສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ.
ໂດຍ: ທະນາພອນ