ເຂົ້າຮ່ວມການກວດຜ່ານຄັ້ງນີ້ມີບັນດາສະຫາຍກຳມະການກົມການເມືອງ: ພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ຫງວຽນວັນເນນ, ເລຂາພັກນະຄອນໂຮ່ຈີມິນ, ຮອງຫົວໜ້າຄະນະຊີ້ນຳສູນກາງ. ເຂົ້າຮ່ວມການກວດຜ່ານຄັ້ງນີ້ຍັງມີບັນດາສະຫາຍການນຳກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ; ການນຳຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ.

leftcenterrightdel
ຜູ້ແທນປະຕິບັດພິທີເຄົາລົບທຸງຊາດ. ພາບ: qdnd.vn
leftcenterrightdel
ພິທີຍິງປືນໃຫຍ່. ພາບ: qdnd.vn
leftcenterrightdel
ທ່ານພົນຕີ ຫງວຽນກວາງງອກ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ນຳໜ້າບັນດາກ້ອນກຳລັງສວນສະໜາມຂອງກອງທັບ. ພາບ: qdnd.vn
leftcenterrightdel
ກອງທຸງກອງທັບ. ພາບ: qdnd.vn
leftcenterrightdel
ກອງດຸລິຍາງ ທີ່ການກວດຜ່ານ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ກ້ອນກຳລັງສວນສະໜາມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn
leftcenterrightdel
ກ້ອນກຳລັງສວນສະໜາມກອງທັບປົດປ່ອຍປະຊາຊົນຈີນ. ພາບ: qdnd.vn
leftcenterrightdel
ກ້ອນກຳລັງສວນສະໜາມກອງທັບລາດຊະວົງກຳປູເຈຍ. ພາບ: qdnd.vn
leftcenterrightdel
ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ. ພາບ: qdnd.vn
leftcenterrightdel
 

leftcenterrightdel

ກ້ອນກຳລັງສວນສະໜາມ ຂອງຕຳຫຼວດທີ່ການກວດຜ່ານ.

leftcenterrightdel
 

leftcenterrightdel
ບັນດາລາຍການຈັດເປັນຮູບສິລະປະ. ພາບ: qdnd.vn

ກ່າວຄຳເຫັນທີ່ການກວດຜ່ານຄັ້ງນີ້, ສະຫາຍ ຫງວຽນຈ້ອງເຫງ້ຍ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງ, ກຳລັງ; ພ້ອມທັງສະເໜີແຕ່ລະອົງການ, ກົມກອງຖອດຖອນບົດຮຽນບັນດາບັນຫາທີ່ໄດ້ຍົກອອກກ່ຽວກັບເວລາຈັດຕັ້ງລາຍການເປີດສາກ, ເນື້ອໃນແນະນຳຜູ້ແທນ, ຄະນະຜູ້ແທນສາກົນ, ເຄື່ອງນຸ່ງ... ແຕ່ລະອົງການ, ກົມກອງສືບຕໍ່ລະດົມກຳລັງໃຈພະນັກງານ, ນັກຮົບ, ບັນດາກຳລັງ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເຊີດຊູຄວາມຕັດສິນໃຈ, ມານະພະຍາຍາມສູ້ຊົນ, ສຳເລັດໜ້າທີ່ໃນການກວດຜ່ານລະດັບຊາດ ແລະພິທີສະເຫຼີມສະຫຼອງຢ່າງເປັນທາງການຈະມາເຖິງ.

ໂດຍ: ແສງເດືອນ