leftcenterrightdel
ຕໍາຫຼວດທະເລສອງປະເທດ ສະຫຼຸບການລາດຕະເວນຮ່ວມ ໃນກໍາປັ່ນ 4302 ຂອງຕໍາຫຼວດທະເລ ຈີນ. ພາບ: ລິງແອວງ.

ເຂົ້າຮ່ວມການລາດຕະເວນຮ່ວມຄັ້ງນີ້, ຝ່າຍຕໍາຫຼວດທະເລຫວຽດນາມ ມີ ກອງກຳປັ່ນຕໍາຫຼວດທະເລ 8004 ແລະກຳປັ່ນຕໍາຫຼວດທະເລ 8003 ນໍາໂດຍທ່ານພັນເອກພິເສດ ເລືອງກາວຂາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການຕໍາຫຼວດທະເລ ເຂດ 1.

ຝ່າຍຕໍາຫຼວດທະເລ ຈີນ ມີກອງກຳປັ່ນ 4302 ແລະ 4301 ນໍາໂດຍທ່ານພັນເອກພິເສດ Wu Youlin, ຮອງຫົວໜ້າຫ້ອງການ Nanhai, ກົມຕໍາຫຼວດທະເລ ຈີນ.

leftcenterrightdel
ທ່ານພັນເອກພິເສດ Wu Youlin ມອບຂອງຂວັນເປັນທີ່ລະນຶກ ໃຫ້ທ່ານພັນເອກພິເສດ ເລືອງກາວຂາຍ. ພາບ: ລິງແອວງ.

ໃນກອງປະຊຸມສະຫຼຸບການລາດຕະເວນ ທີ່ຈັດຕັ້ງໃນກຳປັ່ນ 4302, ສອງຝ່າຍ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ພາຍຫຼັງການລາດຕະເວນຮ່ວມ ເປັນເວລາສາມວັນ, ດ້ວຍຈິດໃຈຕັ້ງໜ້າ, ເປັນເຈົ້າການ, ກຳລັງຕໍາຫຼວດທະເລຂອງສອງປະເທດ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດເນື້ອໃນການລາດຕະເວນ, ຮັບປະກັນຄວາມປອດໄພ 100%. ທ່ານ ພັນເອກພິເສດ Wu Youlin ຕີລາຄາສູງການສົມທົບກັນລະຫວ່າງສອງກໍາລັງ, ປະຕິບັດສຳເລັດຕາມແຜນການທີ່ສອງຝ່າຍໄດ້ວາງອອກ. ພິເສດ, ໝາກຜົນເນື້ອໃນການຝຶກຊ້ອມຊອກຫາກູ້ໄພຢູ່ທະເລ ແມ່ນພື້ນຖານເພື່ອຊ່ວຍໃຫ້ສອງຝ່າຍເພີ່ມທະວີຄວາມສາມາດສົມທົບກັນໃນການປະຕິບັດໜ້າທີ່ຮ່ວມໃນໄລຍະຈະມາເຖິງ.

ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າ, ຜົນສໍາເລັດຂອງການລາດຕະເວນຮ່ວມຄັ້ງນີ້ຈະເປັນປະຖົມປັດໄຈອັນດີງາມໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນຕໍ່ໜ້າລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ.

ໂດຍ: ໄຊຊະນະ