ສະຫາຍ ຫງວຽນຈ້ອງເຫງ້ຍ ຢ້ຽມຢາມບັນດາກຳລັງທີ່ເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນ
ກປ.ອອນໄລ - ຕອນບ່າຍວັນທີ 26 ເມສາ, ຄະນະປະຕິບັດງານ ຄະນະກໍາມະການສູນກາງສະເຫຼີມສະຫຼອງວັນບຸນໃຫຍ່ ແລະເຫດການປະຫວັດສາດສໍາຄັນຂອງປະເທດ ໃນ 3 ປີ 2023-2025 (ຫຼືເອີ້ນຫຍໍ້ວ່າຄະນະຊີ້ນໍາສູນກາງ) ໂດຍສະຫາຍ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາສູນກາງ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມບັນດາກໍາລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ການພົບປະສັງສັນ, ລະດົມກໍາລັງໃຈ. ພາບ: qdnd.vn |
ທີ່ກອງພົນ 309, ທະຫານເຂດ 7 ແລະ ກອງພັນໃຫຍ່ຕຳຫຼວດເຄື່ອນທີ່ທິດຕາເວັນອອກພາກໃຕ້ (ແຂວງດົ່ງນາຍ), ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ 11 ກ້ອນກໍາລັງ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ພ້ອມດ້ວຍຜູ້ແທນມອບຂອງຂວັນໃຫ້ກ້ອນກໍາລັງຕ່າງໆ. ພາບ: qdnd.vn |
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ພ້ອມດ້ວຍຜູ້ແທນ ແລະກ້ອນນັກຮົບລົດຕັງຍານເກາະ. ພາບ: qdnd.vn |
ພາຍຫຼັງຮັບຟັງການລາຍງານຈາກການນຳກົມກອງຕ່າງໆ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາກຳລັງທີ່ເຂົ້າຮ່ວມການຝຶກແອບເດີນສວນສະໜາມ, ແຫ່ຂະບວນ; ຕີລາຄາສູງບັນດາກຳລັງທີ່ມີຄຸນທາດດ້ານການເມືອງອັນໜັກແໜ້ນ, ລະດັບວິຊາສະເພາະນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ແກ້ໄຂຄວາມຫຍຸ້ງຍາກດ້ານດິນຟ້າອາກາດ, ເວລາ, ພິເສດແມ່ນໝາກຜົນທີ່ດີໃນການກວດຜ່ານລະດັບຊາດເມື່ອບໍ່ດົນມານີ້.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ລະດົມກໍາລັງໃຈກ້ອນກໍາລັງຕ່າງໆ. ພາບ: qdnd.vn |
    |
 |
ທ່ານພົນໂທ ຫວໍມິງເລືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລະດົມກໍາລັງໃຈກ້ອນນັກຮົບຕີພິເສດ. ພາບ: qdnd.vn |
ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງໜ້າທີ່ເດີນສວນສະໜາມ, ແຫ່ຂະບວນແມ່ນສັນຍາລັກແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດໃນທຸກແຖບຖິ່ນໃນທົ່ວປະເທດ, ສະຫາຍ ຫງວຽນຈ້ອງເຫງ້ຍ ປາດຖະໜາຢາກບັນດາກຳລັງຈົ່ງສືບຕໍ່ເອົາໃຈໃສ່ຢ່າງສຸດຂີດທັງກ້ານຈິດໃຈ ແລະກຳລັງແຮງກາຍ, ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃຫ້ດີກ່ວາອີກ, ສູ້ຊົນປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ສ້າງຄວາມປະທັບໃຈໃນໃຈປະຊາຊົນ ແລະເພື່ອນມິດສາກົນ.
ໂດຍ: ທູຈາງ