ຂອບໃຈຢ່າງຈິງໃຈ 3 ປະເທດ, ຄື: ຈີນ, ລາວ, ກໍາປູເຈຍ ທີ່ໄດ້ສົ່ງກຳລັງໄປຫວຽດນາມ ເຂົ້າຮ່ວມການສວນສະໜາມ, ເດີນຂະບວນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເຫດການສໍາຄັນພິເສດ, ບໍ່ພຽງແຕ່ກັບປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບເພື່ອນມິດສາກົນທີ່ໄດ້ຮ່ວມເດີນທາງ, ສະໜັບສະໜູນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງຊາດ.

ເລື່ອງກຳລັງກອງທັບຂອງ 3 ປະເທດຈີນ, ລາວ, ກໍາປູເຈຍ ທີ່ເຂົ້າຮ່ວມການສວນສະໜາມ, ເດີນຂະບວນແມ່ນການເຄື່ອນໄຫວສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ ແລະກອງທັບບັນດາປະເທດກັບຫວຽດນາມ, ພ້ອມທັງຢືນຢັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບບັນດາປະເທດຂອງຫວຽດນາມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງກໍ່ແມ່ນໂອກາດເພື່ອຮັບຮູ້ ແລະເຊີດຊູການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງເພື່ອນມິດສາກົນສໍາລັບພາລະກິດຕໍ່ສູ້ປົດປ່ອຍຊາດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງ 3 ຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງພິທີສະເຫຼີມສະຫຼອງ, ກໍ່ຄືສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ກັບ 3 ປະເທດບ້ານໃກ້ເຮືອນຄຽງທີີ່ມີຊາຍແດນຕິດກັນ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ອົງການທີ່ຂ່ຽວຂ້ອງ ສືບຕໍ່ປະຕິບັດວຽກງານຮັບປະກັນທຸກດ້ານໃນວິວັດການຝຶກແອບ ແລະປະຕິບັດໜ້າທີ່ຂອງຄະນະກອງທັບສາກົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບໃຈຕໍ່ກອງທັບ 3 ປະເທດ ຈີນ, ລາວ ແລະກໍາປູເຈຍ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການສວນສະໜາມ, ເດີນຂະບວນໃນໂອກາດວັນທີ 30 ເມສາ ຢູ່ ຫວຽດນາມ. ພາບ: ມາຍຫງວຽນ
leftcenterrightdel
ຄະນະກອງທັບຂອງຈີນ, ລາວ ແລະກໍາປູເຈຍ. ພາບ: ມາຍຫງວຽນ
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ມາຍຫງວຽນ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະການນຳອຳນາດການປົກຄອງທ້ອງຖິ່ນ ມອບຂອງຂວັນໃຫ້ຜູ້ຕາງໜ້າ 3 ຄະນະ. ພາບ: ມາຍຫງວຽນ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມຖາມຂ່າວຄະນະກອງທັບປົດປ່ອຍປະຊາຊົນຈີນ. ພາບ: ມາຍຫງວຽນ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ໂອ້ລົມກັບຄະນະກອງທັບປະຊາຊົນລາວ. ພາບ: ມາຍຫງວຽນ
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມຖາມຂ່າວຄະນະກອງທັບລາຊະອານາຈັກກຳປູເຈຍ. ພາບ: ມາຍຫງວຽນ
leftcenterrightdel
ຄະນະກອງທັບຈີນ ເຂົ້າຮ່ວມການສວນສະໜາມ, ເດີນຂະບວນ. ພາບ: ມາຍຫງວຽນ
leftcenterrightdel
ຄະນະກອງທັບປະຊາຊົນລາວ. ພາບ: ມາຍຫງວຽນ
leftcenterrightdel
ຄະນະກອງທັບລາຊະອານາຈັກກຳປູເຈຍ. ພາບ: ມາຍຫງວຽນ

ໂດຍ: ເຈິ່ນຮວ່ຽນ