leftcenterrightdel
ການນຳແມ່ທັບນ້ອຍ 18 ແລະບໍລິສັດເຮລິຄອບເຕີພາກໃຕ້ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: qdnd.vn

ພາຍຫຼັງການຢ້ຽມຢາມ ແລະກວດກາຕົວຈິງຢູ່ບໍລິສັດເຮລິຄອບເຕີພາກໃຕ້, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະໝາກຜົນທີ່ບັນລຸໄດ້ຂອງກົມກອງໃນໄລຍະມໍ່ໆມານີ້. ບໍລິສັດເຮລິຄອບເຕີພາກໃຕ້ ໄດ້ສັບຊ້ອນ, ຈັດແຈງເປັນເຂດຕ່າງໆແບບວິທະຍາສາດ, ເໝາະສົມ; ເສີມຂະຫຍາຍພາລະບົດບາດຂອງກົມກອງ, ປະກອບສ່ວນຍົກສູງທີ່ຕັ້ງ, ອິດທະພົນຊື່ສຽງຂອງແມ່ທັບນ້ອຍ 18 ໃນບໍລິເວນ.  ຄຽງຄູ່ກັນນັ້ນ, ພະນັກງານ, ພາລະກອນ, ນັກຮົບຂອງແມ່ທັບຮ້ອຍ 18 ຍັງມີຄວາມເຫັນດີເຫັນພ້ອມສູງ, ສາມັກຄີ, ກໍາແໜ້ນວິຊາສະເພາະດ້ານເຕັກນິກ ແລະພາສາຕ່າງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ໂອ້ລົມກັບພາລະກອນ ຢູ່ເຂດເຕັກນິກ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມຫໍມູນເຊື້ອຂອງບໍລິສັດເຮລິຄອບເຕີພາກໃຕ້. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ແມ່ທັບນ້ອຍ 18 ເອົາໃຈໃສ່ເປັນພິເສດເຖິງວຽກງານບໍາລຸງກໍ່ສ້າງນັກສໍາມະນາກອນ ຖືກຕາມຫຼັກສູດ ແລະແຜນການຮຽນ, ມີແບບມີແຜນ ແລະມີປຶ້ມປະຈໍາວັນໃນການຝຶກແອບການບິນ; ພ້ອມທັງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນວຽກງານສຳເນົາເອກະສານ; ຕິດຕັ້ງລະບົບກາເມຣາ ໃນບັນດາຫ້ອງເຕັກນິກ ເພື່ອແນໃສ່ຕິດຕາມກວດກາວິວັດການສ້ອມແປງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ໂອ້ລົມກັບນັກສໍາມະນາກອນທີ່ພວມບໍາລຸງສ້າງຢູ່ບໍລິສັດເຮລິຄອບເຕີພາກໃຕ້. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ເຮັດວຽກກັບການນຳບໍລິສັດເຮລິຄອບເຕີພາກໃຕ້. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ແມ່ທັບນ້ອຍ 18 ສືບຕໍ່ປະຕິບັດວຽກງານພັກ, ວຽກງານການເມືອງໃຫ້ເປັນຢ່າງດີ, ກະກຽມໃຫ້ດີທີ່ສຸດແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແມ່ທັບນ້ອຍ 18 ທີ່ຈະດໍາເນີນໃນໄຍຈະຈະມາເຖິງ; ພ້ອມທັງຮຽກຮ້ອງໃຫ້ກົມກອງເອົາໃຈໃສ່ເຖິງການດໍາລົງຊີວິດຂອງພະນັກງານ, ພາລະກອນ; ເບິ່ງແຍງດູແລ, ຮັບປະກັນລະບອບ, ນະໂຍບາຍຢ່າງພຽງພໍ; ເພີ່ມທະວີການເຄື່ອນໄຫວກິລາກາຍຍະກໍາ ເພື່ອຍົກສູງສຸຂະພາບຂອງພະນັກງານ, ນັກຮົບ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ ແລະ ກວດກາ ຢູ່ໂຮງແຮມ Victory. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ພະນັກງານ, ພາລະກອນຂອງໂຮງແຮມ Victory. ພາບ: qdnd.vn

ກ່ອນໜ້ານັ້ນ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ ແລະກວດກາຢູ່ໂຮງແຮມ Victory (ພະແນກພະລາທິການ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ). ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ໂຮງແຮມຈະຂຸດຄົ້ນພື້ນຖານໂຄງລ່າງຢ່າງສຸດຂີດ, ຍູ້ແຮງຄຸນນະພາບຜະລິດຕະພັນ, ອຸປະກອນ, ວິຊາການຂອງຖັນແຖວຮັບໃຊ້, ຕ້ອນຮັບຄະນະຜູ້ແທນພາຍໃນ ແລະຕ່າງປະເທດ ຢ່າງຮອບຄອບຖີ່ຖ້ວນ, ຍົກສູງຜົນການຜະລິດ, ດຳເນີນທຸລະກິດ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນ, ລະດົມກຳລັງໃຈພະນັກງານ ພາລະກອນຂອງບໍລິສັດເຮລິກົບເຕີພາກໃຕ້ ແລະ ໂຮງແຮມ Victory.

ໂດຍ: ທູຈາງ