ທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າອະນຸກໍາມະການເດີນສວນສະໜາມ, ແຫ່ຂະບວນເປັນປະທານການພົບປະສັງສັນດັ່ງກ່າວ.

ທີ່ການພົບປະສັງສັນ, ຫົວໜ້າຄະນະຜູ້ແທນບັນດາປະເທດ ສະແດງຄວາມເປັນກຽດ ແລະຄວາມປິຕິຊົມຊື່ນເມື່ອໄດ້ຮັບການເຊື້ອເຊີນຈາກກະຊວງປ້ອງກັນປະເທດຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫງ້ຍ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn

ບັນດາຫົວໜ້າຄະນະ ຕີລາຄາສູງຄະນະຈັດຕັ້ງທີ່ໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ໃຫ້ການຕ້ອນຮັບຢ່າງສົມກຽດ, ຮັບປະກັນດ້ານພາຫະນະ, ບ່ອນກິນບ່ອນຢູ່, ສະຖານທີ່ຝຶກແອບຢ່າງພຽງພໍ; ພິເສດແມ່ນສະແດງຄວາມປະທັບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງປະຊາຊົນຫວຽດນາມ; ຢັ້ງຢືນຈະພະຍາຍາມປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພັນເອກ ສົມແພງ ແກ້ວສີລາ ຫົວໜ້າຄະນະກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານພົນໂທ ຫງວຽນວັນເຫງ້ຍ ໃຫ້ຮູ້ວ່າ ພິທີສະເຫຼທສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເຫດການການເມືອງສຳຄັນຂອງຫວຽດນາມ, ທັງແມ່ນຄວາມເບີກບານມ່ວນຊື່ນຮ່ວມຂອງເພື່ອນມິດສາກົນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈແກ່ການປະຕິວັດຫວຽດນາມ.

leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: qdnd.vn
leftcenterrightdel
ການນຳກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ແກ່ຄະນະຜູ້ແທນກອງທັບ 3 ປະເທດ: ຈີນ, ລາວ ແລະ ກຳປູເຈຍ. ພາບ: qdnd.vn

ທ່ານພົນໂທ ຫງວຽນວັນເຫງ້ຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອອັນໃຫຍ່ຫຼວງນັ້ນ, ໃນນັ້ນມີຈີນ, ລາວ ແລະ ກຳປູເຈຍ.

ທ່ານພົນໂທ ຫງວຽນວັນເຫງ້ຍ ສະແດງຄວາມຍິນດີຕ້ອນຮັບ ແລະຂອບໃຈຢ່າງຈິງໃຈຕໍ່ກອງທັບບັນດາປະເທດທີ່ໄດ້ຈັດສົ່ງກຳລັງເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນ; ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາຄະນະຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງພິທີສະເຫຼີມສະຫຼອງ, ສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ ກັບ 3 ປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຕິດຈອດກັນ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫງ້ຍ ພ້ອມດ້ວຍຜູ້ແທນຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນກອງທັບປະຊາຊົນລາວ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: qdnd.vn

ທ່ານພົນໂທ ຫງວຽນວັນເຫງ້ຍ ຮຽກຮ້ອງໃຫ້ບັນດາອົງການກ່ຽວຂ້ອງ ສືບຕໍ່ປະຕິບັດວຽກງານຮັບປະກັນທຸກດ້ານ ໃນໄລຍະທີ່ບັນດາຄະນະ ຝຶກແອບ ແລະປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ.

ໂດຍ: ທູຈາງ