ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກິດຈະກຳຕອບບຸນແທນຄຸນຢູ່ແຂວງ ກວາງບິ່ງ
ກປ.ອອນໄລ - ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປຖະຫວາຍດອກໄມ້, ທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະຮອງສາດສະດາຈານ ດັ້ງບິກຮ່າ (ພັນລະຍາຂອງພົນເອກ) ຢູ່ຫວູງຈົ່ວ-ເກາະອ໊ຽນ, ຕາແສງ ກວາງດົງ, ເມືອງ ກວາງແຈກ, ແຂວງ ກວາງບິ່ງ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 / ວັນທີ 30 ເມສາ 2025), ຕອນບ່າຍວັນທີ 27 ເມສາ, ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນຕີ ຫງວຽນຈ້ອງບິ່ງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປຖະຫວາຍດອກໄມ້, ທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະຮອງສາດສະດາຈານ ດັ້ງບິກຮ່າ (ພັນລະຍາຂອງພົນເອກ) ຢູ່ ຫວູງຈົ່ວ-ເກາະອ໊ຽນ, ຕາແສງ ກວາງດົງ, ເມືອງ ກວາງແຈກ, ແຂວງກວາງບິ່ງ. ໃນບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ຄະນະຜູ້ແທນໄດ້ຖະຫວາຍທູບທຽນ ແລະກົ້ມຫົວໄວ້ອາໄລ 1 ນາທີສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງພົນເອກ ແລະພັນລະຍາ; ພ້ອມກັນນັ້ນໃຫ້ຄຳໝັ້ນໝາຍວ່າ ຈະສາມັກຄີເປັນຈິດໜຶ່ງໃຈດຽວ, ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນຢ່າງເດັດຂາດ, ຕັດສິນໃຈສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນຫຼວງ, ຍອດຢ້ຽມ, ທັນສະໄໝ; ສ້າງສາປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກ.
    |
 |
ຄະນະຜູ້ແທນກົ້ມຫົວໄວ້ອາໄລ 1 ນາທີພົນເອກ ຫວໍງວຽນຢາບ. ພາບ: qdnd.vn |
ກໍ່ໃນວັນດຽວກັນ, ທ່ານພົນຕີ ຫງວຽນຈ້ອງບິ່ງ ພ້ອມດ້ວຍຄະນະໄດ້ໄປຢື້ຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ທ່ານ ເດົ້າຊວນກິ, ເກີດປີ 1942, ທະຫານເສຍອົງຄະລະດັບ 4/4 ຢູ່ຕາແສງ ແກ໊ງເຢືອງ ແລະທ່ານ ຫງວຽນຊວນເຄືອງ, ເກີດປີ 1946, ທະຫານເສຍອົງຄະລະດັບ 3/4 ຢູ່ຕາແສງ ກວາງເຟືອງ (ເມືອງ ກວາງແຈກ). ເນື່ອງໃນໂອກາດນີ້, ທ່ານພົນຕີ ຫງວຽນຈ້ອງບິ່ງ ໄດ້ມອບສິດໃຫ້ກອງບັນຊາການທະຫານແຂວງກວາງບິ່ງ ມອບຂອງຂວັນ 48 ພູດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ບັນດາຄອບຄົວນະໂຍບາຍ ແລະຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ.
ໂດຍ: ທະນາພອນ