ໂດຍຕອບສະໜອງຕາມຄຳເຊີນຂອງການນຳພັກ ແລະລັດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຈະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບແຕ່ວັນທີ 28-30 ເມສາ; ຄະນະຜູ້ແທນຂັ້ນສູງກຳປູເຈຍ ນຳໂດຍທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ (CPP), ປະທານສະພາສູງລາຊະອານາຈັກກຳປູເຈຍ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 29-30 ເມສານີ້.

ໂດຍ: ທູຈາງ