ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນອາໄລຫາບັນດາສະຫາຍ: ອະດີດເລຂາທິການໃຫຍ່ ເລຂາຟຽວ; ອະດີດປະທານປະເທດ ເລດຶ໊ກແອັງ; ບັນດາສະຫາຍອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຄື: ພົນເອກ ຫວໍງວຽນຢ໊າບ, ພົນເອກ ວັນຕ໊ຽນຢຸງ, ພົນເອກ ດວ່ານເຄວ, ພົນເອກ ຟຸ່ງກວາງແທັງ; ພົນເອກ ຈູຮຸຍເໝິນ, ອະດີດກຳມະການກົມການເມືອງ, ອະດີດຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ບັນດາສະຫາຍອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ: ພົນເອກ ເລຈ້ອງເຕີ໊ນ, ພົນເອກ ຮວ່າງວັນຖ໊າຍ, ພົນໂທ ຫງວຽນຄັ໊ກຫງຽນ...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຖະຫວາຍທູບທຽນອາໄລຫາສະຫາຍພົນເອກ ຫວໍງວຽນຢ໊າບ. ພາບ: ມີງແມັ້ງ

ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນ, ປະກອບສ່ວນອັນໃຫຍ່ຫຼວງຂອງອະດີດການນໍາພັກ, ລັດ, ກອງທັບ ໃນພາລະກິດປະຕິວັດຂອງພັກ, ຂອງຊາດ ແລະພາລະກິດສ້າງສາກອງທັບ, ປັບປຸງການປ້ອງກັນຊາດ.

ພົບປະໂອ້ລົມກັບຍາດຕິພີ່ນ້ອງບັນດາສະຫາຍອະດີດການນຳພັກ, ລັດ, ກອງທັບ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຢ້ຽມຢາມຖາມຂ່າວສຸຂະພາບ, ການດໍາລົງຊີວິດ, ພ້ອມທັງຫວັງວ່າ ຍາດຕິພີ່ນ້ອງບັນດາສະຫາຍ ຈະສືບທອດມູນເຊື້ອຄອບຄົວ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມ ແລະມອບຂອງຂວັນໃຫ້ສະຫາຍພົນເອກ ໂງຊວນລິກ. ພາບ: ມີງແມັ້ງ

ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ທ່ານພົນເອກ ໂງຊວນລິກ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ໂດ໋ບ໊າຕີ້, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະພົນຕີ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ ດັ້ງກວນທຸ້ຍ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມຖາມຂ່າວສຸຂະພາບ, ການດໍາລົງຊີວິດ ແລະລາຍງານໝາກຜົນທີ່ພົ້ນເດັ່ນຂອງທົ່ວກອງທັບໃນໄລຍະຜ່ານມາ.

ທ່ານພົນເອກ ຫງວຽນເຕິນເກືອງ ອວຍພອນບັນດາສະຫາຍອະດີດການນໍາກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ຕິດຕາມ, ມີຄໍາເຫັນປະກອບອັນລ້ຳຄ່າ ເພື່ອກໍ່ສ້າງກອງທັບປະຊາຊົນຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ເຈິ່ນຮວ່ຽນ