ທ່ານພົນຕີ ຫງວຽນກວາງງອັກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ.

ທ່ານພົນຕີ ຫງວຽນກວາງງອັກ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອິນເດຍ ໃນໄລຍະຜ່ານມາໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ນັບມື້ນັບບັນລຸປະສິດທິຜົນຢ່າງແທດຈິງໃນຫຼາຍຂົງເຂດ, ຄື ແລກປ່ຽນຄະນະຜູ້ແທນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ໃນປະຈຸບັນ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ບໍາລຸງສ້າງ; ຮັກສາສັນຕິພາບສະຫະປະຊາຊາດ; ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນຫຼາຍຝ່າຍ.

leftcenterrightdel
ທ່ານພົນຕີ ຫງວຽນກວາງງອັກ ຕ້ອນຮັບທ່ານພົນຈັດຕະວາ Akaash Johar. ພາບ: qdnd.vn

ສ່ວນທ່ານພົນຈັດຕະວາ Akaash Johar ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ຕັ້ງໜ້າຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າລວມ, ການຮ່ວມມືລະຫວ່າງທະຫານບົກສອງປະເທດເວົ້າສະເພາະ.

ທ່ານພົນຈັດຕະວາ Akaash Johar ແຈ້ງໃຫ້ທ່ານພົນຕີ ຫງວຽນກວາງງອັກ ຊາບກ່ຽວກັບໝາກຜົນກອງປະຊຸມປຶກສາຫາລືນາຍທະຫານເສນາທິການທະຫານບົກຫວຽດນາມ-ອິນເດຍ ຄັ້ງທີ 4; ທ່ານຍັງຢືນຢັນຈະຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໄດ້ເຫັນດີເປັນເອກະພາບ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານພົນຕີ ຫງວຽນກວາງງອັກ, ທ່ານພົນຈັດຕະວາ Akaash Johar ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ຕີລາຄາສູງໝາກຜົນກອງປະຊຸມປຶກສາຫາລືນາຍທະຫານເສນາທິການທະຫານບົກຫວຽດນາມ-ອິນເດຍ ຄັ້ງທີ 4, ທ່ານພົນຕີ ຫງວຽນກວາງງອັກ ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງທະຫານບົກສອງປະເທດແມ່ນໃຫຍ່ຫຼວງ; ສະເໜີໃນໄລຍະຈະມາເຖິງ, ທະຫານບົກສອງປະເທດສຸມໃສ່ຊຸກຍູ້ການພົວພັນມິດຕະພາບ, ເພີ່ມທະວີຄວາມຮູ້  ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກວ່າອີກ, ນໍາການຮ່ວມມືເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ໃນນັ້ນເອົາໃຈໃສ່ເປັນສໍາຄັນການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນນາຍທະຫານໜຸ່ມ, ຮ່ວມມືຝຶກຊ້ອມ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ເສນາຮັກ...

ໂດຍ: ໄຊນີດາ