ນີ້ແມ່ນເຫດການການທູດປະຈຳປີໄດ້ຮັບການຈັດຂຶ້ນ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ, ຜ່ານນັ້ນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງນະຄອນຫຼວງ, ນຳວຽກງານການທູດປະຊາຊົນຂອງນະຄອນຫຼວງຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ຫງວຽນງອກກີ່ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນ 200 ກວ່າຄົນ ທີ່ມາຈາກສະຖານທູດ, ອົງການຈັດຕັ້ງສາກົນ; ຜູ້ຕາງໜ້າຂອງບາງກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ; ພະແນກ, ຄະນະ, ຂະແໜງການ, ເມືອງ, ບັນດາສະມາຄົມມິດຕະພາບ, ບັນດາອົງການຈັດຕັ້ງທີ່ເປັນສະມາຊິກຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ.

leftcenterrightdel
ບັນດຜູ້ແທນ ພ້ອມກັນປະຕິບັດພິທີສົ່ງນ້ຳພຣະພຸດທະຮູບ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ລາຍການ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີສົ່ງນ້ຳພຣະພຸດທະຮູບ, ຫົດນໍ້າຂໍໃຫ້ຄວາມໂຊກ, ພິທີບາສີສູ່ຂວັນ ແລະງານບຸນ Holi ພ້ອມກັບລາຍການສະແດງສີລະປະທີ່ເປັນເອກະລັກສະເພາະໂດຍບັນດານັກສິລະປິນຫວຽດນາມ ພ້ອມດ້ວຍພະນັກງານສະຖານທູດ,  ນັກສຶກສາຂອງບັນດາປະເທດສະແດງ.

ໂດຍ: ທູຈາງ