leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລະຜູ້ແທນລາວ ຢ້ຽມຊົມງານວາງສະແດງ. ພາບ: vov.vn

ງານວາງສະແດງລວມມີເກືອບ 300 ຜົນງານໂດຍໄດ້ວາງສະແດງດ້ວຍຄຳອະທິປາຍເປັນພາສາຫວຽດ ແລະລາວ, ໂດຍບັນດານັກຂ່າວຫວຽດນາມ ແລະຕ່າງປະເທດປະຕິບັດ, ເຊິ່ງໄດ້ສັບຊ້ອນເປັນເລື່ອງລາວ ທີ່ມີຊີວິດຊີວາດ້ວຍພາບຖ່າຍແນະນໍາບັນດາເຫດການທີ່ພົ້ນເດັ່ນໃນພາລະກິດຕໍ່ສູ້ກູ້ຊາດຂອງຊາດຫວຽດນາມ, ເຊິ່ງຈຸດສູງແມ່ນມະຫາໄຊຊະນະລະດູບານໃໝ່ປີ 1975. ພ້ອມດຽວກັນນັ້ນແມ່ນພາບຖ່າຍກ່ຽວກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ຫວຽດນາມ - ລາວ ທີ່ໄດ້ຮຽງບ່າຮຽງໄຫຼ່ໃນຈຸດເວລາຫຍຸ້ງຍາກທີ່ສຸດຂອງປະຫວັດສາດຂອງສອງຊາດ. ງານວາງສະແດງກໍໄດ້ແນະນຳກ່ຽວກັບບັນດາຜົນງານຂອງການພົວພັນຮ່ວມມືຫວຽດນາມ - ລາວ.

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງມະຫາໄຊລະດູບານໃໝ່ປີ 1975, ຢຸດຕິສົງຄາມນຳຫວຽດນາມ ກ້າວເຂົ້າສູ່ສະໄໝສັນຕິພາບ ແລະ ພັດທະນາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດກໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະຂອບໃຈຢ່າງເລິກເຊິ່ງກ່ຽວກັບນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນຢ່າງສຸດຈິດສຸດໃຈ ແລະການຊ່ວຍເຫຼືອອັນຍິ່ງໃຫຍ່ ຂອງພັກ, ລັດ ແລະປະຊາຊົນລາວ ທີ່ມີຕໍ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ,  ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນທຸກວັນນີ້. ງານວາງສະແດງໄດ້ດຳເນີນຮອດວັນທີ 30 ເມສາ ຈຶ່ງອັດລົງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ