50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ:
ກ້ອນກຳລັງເດີນສວນສະໜາມຂອງກອງທັບລາດຊະວົງກຳປູເຈຍ ແລະລາວ ດຳເນີນການຝຶກຊ້ອມຢູ່ແຂວງບິ່ງເຢືອງ
ກປ.ອອນໄລ - ກ້ອນກຳລັງເດີນສວນສະໜາມຂອງກອງທັບສອງປະເທດ ໄດ້ເຂົ້າຮ່ວມການເດີນສວນສະໜາມຕາມຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ.
ພະນັກງານ, ນັກຮົບກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກໍາປູເຈຍ ໄດ້ເດີນທາງໄປຮອດແຂວງບິ່ງເຢືອງ ໃນວັນທີ 21 ເມສາ ເພື່ອເຂົ້າຮ່ວມການຝຶກຊ້ອມ, ກະກຽມໃຫ້ພິທີເດີນສວນສະໜາມເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
    |
 |
ກ້ອນກຳລັງເດີນສວນສະໜາມຂອງກອງທັບລາວ ກໍາລັງຝຶກແອບຢູ່ແຂວງບິ່ງເຢືອງ. ພາບ: vov.vn |
    |
 |
ກ້ອນກຳລັງເດີນສວນສະໜາມຂອງກອງທັບກຳປູເຈຍ ຝຶກແອບຢູ່ແຂວງບິ່ງເຢືອງ ຮອດວັນທີ 29 ເມສາ, ຫຼັງຈາກນັ້ນໄປຮອດນະຄອນໂຮ່ຈີມິນ. ພາບ: vov.vn |
ກ້ອນກຳລັງເດີນສວນສະໜາມຂອງກອງທັບສອງປະເທດຈະເຂົ້າຮ່ວມການເດີນສວນສະໜາມຕາມຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ; ພ້ອມທັງແມ່ນໂອກາດເພື່ອແບ່ງປັນຄວາມເບີກບານມ່ວນຊື່ນກັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.
    |
 |
ກອງບັນຊາການທະຫານແຂວງບິ່ງເຢືອງ ມອບຂອງຂວັນໃຫ້ຄະນະເດີນສວນສະໜາມຂອງລາວ. ພາບ: vov.vn |
    |
 |
ການນຳແຂວງບິ່ງເຢືອງ ລົງຢ້ຽມຢາມ, ມອບຂອງຂວັນ ແລະລະດົມກຳລັງໃຈຄະນະເດີນສວນສະໜາມຂອງກຳປູເຈຍ. ພາບ: vov.vn |
ນອກຈາກບັນດາອົງປະກອບ, ກົມກອງ ແລະກຳລັງປະກອບອາວຸດຂອງປະຊາຊົນຫວຽດນາມ ແລ້ວ, ການເດີນສວນສະໜາມປີນີ້ຍັງມີການເຂົ້າຮ່ວມຂອງກ້ອນກຳລັງເດີນສວນສະໜາມຂອງກອງທັບທີ່ມາຈາກ ຈີນ, ລາວ ແລະກອງທັບລາດຊະວົງກຳປູເຈຍ. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ຈັດຕັ້ງການເດີນສວນສະໜາມໂດຍມີການເຂົ້າຮ່ວມຂອງບັນດາກົມກອງກອງທັບຕ່າງປະເທດ, ຍົກລະດັບຄວາມໝາຍຂອງການພົວພັນຕ່າງປະເທດ ແລະຢືນຢັນການພົວພັນຮ່ວມມືດ້ານການປ້ອງກັນຊາດລະຫວ່າງບັນດາປະເທດນັບມື້ນັບສະໜິດຕິດພັນ, ແໜ້ນແຟ້ນກວ່າອີກ.
ໂດຍ: ຈາງຫງວຽນ