ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ເປັນປະທານພິທີດັ່ງກ່າວ.

ທ່ານພັນຕີ ສືເຕິ໊ນຟີລອງ (ທະຫານເຂດ 7) ໄດ້ຮັບຄວາມເປັນກຽດດໍາລົງຕໍາແໜ່ງຜູ້ສັງເກດການທະຫານ ຢູ່ຄະນະປະຕິບັດງານ MINUSCA ແທນໃຫ້ທ່ານພັນເອກ ຫງວຽນສີຮ໊ຽວ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ ກ່າວຄໍາເຫັນມອບໜ້າທີ່ທີ່ພິທີ. ພາບ: qdnd.vn

ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ອວຍພອນໃຫ້ທ່ານພັນຕີ ສືເຕິ໊ນຟີລອງ ໄດ້ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ; ຍ້ອງຍໍຊົມເຊີຍກົມຮັກສາສັນຕິພາບຫວຽດນາມ ປະຕິບັດວຽກງານກະກຽມ, ຝຶກແອບ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ໜ້າທີ່ວຽກງານສຳຄັນນີ້ເປັນຢ່າງດີ.

leftcenterrightdel
ພັນຕີ ສືເຕິ໊ນຟີລອງ ມີຄວາມເປັນກຽດເມື່ອໄດ້ເຂົ້າຮ່ວມພາລະກໍາສາກົນ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ເຊື່ອໝັ້ນວ່າ ສະຫາຍພັນຕີ ສືເຕິ໊ນຟີລອງ ຈະເສີມຂະຫຍາຍຄຸນນະທາດ, ຈິດໃຈຄວາມຮັບຜິດຊອບຢ່າງສູງສຸດ ເພື່ອ ຜ່ານຜ່າຄວາມຫຍຸ້ງຍາກຢູ່ບໍລິເວນ, ປະຕິບັດສຳເລັດໜ້າທີ່; ສະເໜີໃຫ້ສະຫາຍ ສືເຕິ໊ນຟີລອງ ຊາບຊຶມ ແລະປະຕິບັດຕາມແຜນນະໂຍບາຍ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ  ກໍຄືຂໍ້ກໍານົດຂອງ ສປຊ ແລະກົດໝາຍຂອງປະເທດປະຈໍາຖິ່ນ; ຮັບປະກັນຄວາມປອດໄພຢ່າງເດັດຂາດ ໃນຕະຫຼອດອາຍຸການປະຕິບັດງານ; ປະຕິບັດວຽກງານແນວຫຼັງ ເພ່ື່ອໃຫ້ມີຄວາມອ່ນອ່ຽນໃຈປະຕິບັດໜ້າທີ່ວຽກງານຢູ່ຫ່າງໄກຈາກປະເທດຊາດ.

leftcenterrightdel
ບັນດາຜູ້ແທນ ຖ່າຍຮູບທີ່ພິທີ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີໃຫ້ສະຫາຍພັນຕີ ສືເຕິ໊ນຟີລອງ ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ, ສະແດງຄວາມຮັບຜິດຊອບ, ເປັນເຈົ້າການຮໍ່າຮຽນ ແລະຮ່ວມມືກັບເພື່ອນມິດສາກົນ, ສະແດງໃຫ້ເຫັນຄຸນນະທາດ, ຄວາມສາມາດດ້ານວິຊາຊີບຂອງຕົນ. ຜ່ານນັ້ນແຜ່ຂະຫຍາຍຄຸນທາດທີ່ດີງາມຂອງກອງທັບປະຊາຊົນຫວຽດນາມ, ຂອງທະຫານລຸງໂຮ່, ກໍຄືພາບພົດຂອງປະເທດຊາດ ແລະຊາວຫວຽດນາມ.

ໂດຍ: ທູຈາງ