ຄວາມຮັກອັນອົບອຸ່ນຂອງນັກຮົບຕໍາຫຼວດທະເລ

ໃນເຮືອນລະດັບ 4 ທີ່ກວ້າງໃຫຍ່ງາມຕາ ດ້ວຍເນື້ອທີ່ 100 ຕາແມັດ, ພື້ນເຮືອນປູດ້ວຍກະໂລ່ເຊລາມິກ, ລວມມີ ຫ້ອງຮັບແຂກ 1 ຫ້ອງ, ຫ້ອງນອນ 2 ຫ້ອງ, ຫ້ອງຄົວ ແລະຫ້ອງເຮັດວຽກງານຊ່ວຍ 1 ຫ້ອງ, ທ່ານນາງ ເລທິຮັ່ງ, ເມຍຂອງຮ້ອຍຕີ ຫງວຽນຫາຍເຈົາ, ພາລະກອນກົນຈັກຊັ້ນດາດຟ້າ, ກໍາປັ່ນຕໍາຫຼວດທະເລ 4039, ກອງເຮືອ 422, ຕໍາຫຼວດທະເລເຂດ 4, ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ: "ປີ 2022, ຍ້ອນມີການຊ່ວຍເຫຼືອຂອງຄອບຄົວພໍ່ແມ່ທັງສອງຝ່າຍ ແລະເງິນກູ້ຢືມຈາກທະນາຄານ, ຜົວເມຍຂ້າພະເຈົ້າ ຈຶ່ງສາມາດຊື້ດິນຕອນນີ້ໄດ້. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າ ບໍ່ມີວຽກເຮັດງານທຳ, ຄ່າໃຊ້ຈ່າຍໃນຄອບຄົວທັງໝົດແມ່ນຂຶ້ນກັບລາຍຮັບຂອງຜົວ, ດັ່ງນັ້ນພວກຂ້າພະເຈົ້າຈຶ່ງບໍ່ສາມາດປຸກເຮືອນໄດ້ ແລະຕ້ອງເຊົ່າເຮືອນຢູ່. ຫວ່າງມໍ່ໆມານີ້, ຄອບຄົວຂ້າພະເຈົ້າໄດ້ຮັບ “ເຮືອນແຫ່ງສາຍຈິດມິດໃຈ” ຈາກຕໍາຫຼວດທະເລຫວຽດນາມ, ຍ້ອນສິ່ງດັ່ງກ່າວນັ້ນພວກຂ້າພະເຈົ້າຈຶ່ງຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຊົ່າເຮືອນ, ເຮັດໃຫ້ຊີວິດມີຄວາມຫຍຸ້ງຍາກໜ້ອຍລົງ. ຂ້າພະເຈົ້າ ຍາມໃດກໍ່ໃຫ້ກໍາລັງໃຈຜົວຢູ່ຕະຫຼອດເວລາວ່າ ພະຍາຍາມປະຕິບັດສຳເລັດໜ້າທີ່ເພື່ອຕອບແທນບຸນຄຸນຂອງອົງການ, ກົມກອງທີ່ໄດ້ເອົາໃຈໃສ່ ແລະແບ່ງປັນຄວາມຫຍຸ້ງຍາກຊ່ວຍຄອບຄົວ”.

leftcenterrightdel
ຕໍາຫຼວດທະເລຫວຽດນາມ ສົມທົບກັນກູ້ໄພເຮືອຊາວປະມົງລຳໜຶ່ງທີ່ປະສົບອຸປະຕິເຫດຢູ່ເຂດທະເລເມືອງຈ້ຽວຟອງ (ແຂວງກວ໋າງຈິ). ພາບ: ດື໊ກຕີ໋ງ

ປະຕິບັດການປ່ຽນແປງໃໝ່, ຍົກສູງຄຸນນະພາບຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ກໍ່ສ້າງກົມກອງ “ຂົນຂວາຍປະຊາຊົນດີ” ໄລຍະ 2021-2026, ຄະນະພັກ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ຊີ້ນໍານໍາພາບັນດາອົງການ, ກົມກອງ ກໍ່ສ້າງຫຼາຍຮູບແບບ, ພາກສ່ວນວຽກງານທີ່ແທດຈິງເພື່ອແນໃສ່ຮ່ວມເດີນທາງ, ຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກ, ຊ່ວຍປະຊາຊົນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ. ພົ້ນເດັ່ນຄື, ໃນປີ 2024, ບັນດາອົງການ, ກົມກອງຕໍາຫຼວດທະເລຫວຽດນາມ ໄດ້ຈັດຕັ້ງການເສັງ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” 26 ຄັ້ງ, ສົມທົບກັນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຄື: ມອບຂອງຂວັນ 7.675 ພູດ, ມອບລົດຖີບ 914 ຄັນ, ລົດຖີບໄຟຟ້າ 10 ຄັນ, ໂທລະທັດ 16 ໜ່ວຍ, ຄອມພິວເຕີ 3 ຊຸດ, ພັດລົມໄຟຟ້າ 20 ໜ່ວຍ, ພັດລົມອາຍນໍ້າ 3 ໜ່ວຍ, ເຂົ້າສານ 3 ໂຕນ, ຕູ້ຢາ 120 ຕູ້, ຖົງຢາສາທາລະນະສຸດ 160 ຖົງ, ບັດປະກັນສຸຂະພາບ 10 ບັດ, ເກີບ 110 ຄູ່, ເສື້ອຊູຊີບ 355 ຜືນໃຫ້ຄອບຄົວນະໂຍບາຍ, ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ມອບທຶນການສຶກສາກວ່າ 2.000 ທຶນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ; ປະຕິບັດໂຄງການ “ຕໍ່ກໍາລັງການສອບເສັງ” ໃຫ້ນັກຮຽນ 1.198 ຄົນ; ກວດພະຍາດ, ແຈກຢາຍຢາໂດຍບໍ່ ເສຍຄ່າໃຫ້ປະຊາຊົນ 2.843 ຄົນ, ດ້ວຍຍອດຈຳນວນເງິນກວ່າ 12,5 ຕື້ດົ່ງ.

ນອກຈາກນັ້ນ, ບັນດາອົງການ, ກົມກອງຕໍາຫຼວດທະເລຫວຽດນາມ ຍັງໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ, ກຳລັງປະກອບອາວຸດໃນບໍລິເວນບັນດາແຂວງ, ນະຄອນແຄມທະເລເພື່ອຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ທີ່ເປັນແບບຢ່າງ, ຊົນນະບົດໃໝ່ຍົກສູງ...

ກໍານົດແຜນນະໂຍບາຍ, ມາດຕະການເປັນຢ່າງດີ

ໂດຍມີຕົ້ນກໍາເນີດມາຈາກຈຸດພິເສດການເຄື່ອນໄຫວຂອງກົມກອງຕໍາຫຼວດທະເລທີ່ມີລັກສະນະເອກະລາດສູງ; ຄວາມຮັບຮູ້, ອາຊີບ, ຄຸນລັກສະນະການເຄື່ອນໄຫວຂອງປະຊາຊົນໃນບໍລິເວນເຂດທະເລ, ໝູ່ເກາະທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຄະນະພັກ, ກອງບັນຊາການຕໍາຫຼວດ ທະເລຫວຽດນາມ ໄດ້ຊີ້ນຳນຳພາຄະນະພັກ, ຜູ້ບັນຊາການທຸກຂັ້ນຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍປະຕິບັດມະຕິເລກທີ 49-NQ/QUTW ລົງວັນທີ 26 ມັງກອນ 2015 ຂອງຄະນະພັກການທະຫານສູນກາງ, ມະຕິເລກທີ 617-NQ/ĐU ລົງວັນທີ 9 ເມສາ 2015 ຂອງຄະນະພັກຕໍາຫຼວດທະເລຫວຽດນາມ ກ່ຽວກັບການ “ເພີ່ມທະວີ ແລະປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່” ຢ່າງເຂັ້ມງວດ. ຕາມນັ້ນແລ້ວ, ບັນດາອົງການ, ກົມກອງຕໍາຫຼວດທະເລຫວຽດນາມ ໄດ້ກຳນົດແຜນນະໂຍບາຍ, ມາດຕະການຊີ້ນຳນຳພາ, ຈັດຕັ້ງດໍາເນີນວຽກງານຂົນຂວາຍປະຊາຊົນເປັນຢ່າງດີ. ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ ແລະປະຕິບັດກົນໄກສົມທົບລະຫວ່າງກຳລັງຕໍາຫຼວດທະເລກັບຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນຂັ້ນທ້ອງຖິ່ນ ແລະກຳລັງທີ່ຕັ້ງທັບໃນບໍລິເວນ, ການເຄື່ອນໄຫວຢູ່ທະເລ, ຮັບປະກັນຄວາມແໜ້ນແຟ້ນ, ຖືກຕ້ອງຕາມຫຼັກການ; ມີການແບ່ງວຽກ, ແບ່ງຂັ້ນຢ່າງຈະແຈ້ງ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ເອກະລາດຂອງແຕ່ລະອົງການ, ກົມກອງເພື່ອສ້າງກຳລັງແຮງສັງລວມໃນການປະຕິບັດວຽກງານຂົນຂວາຍປະຊາຊົນ.

leftcenterrightdel
ຕໍາຫຼວດທະເລຫວຽດນາມ ສົມທົບກັນໂຄສະນາ ແລະສຶກສາກົດໝາຍໃຫ້ຊາວປະມົງ. ພາບ: ດື໊ກຕີ໋ງ

ທ່ານ ຟານແທັງດວ່າຍ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນແຂວງເງະອານ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກອງບັນຊາການຕໍາຫຼວດທະເລເຂດ 1 ໄດ້ສົມທົບກັນປະຕິບັດວຽກງານຂົນຂວາຍປະຊາຊົນໃນບໍລິເວນ, ມີການມອບໝາຍໜ້າທີ່ຢ່າງຈະແຈ້ງໃຫ້ແຕ່ລະອົງການທີ່ກ່ຽວຂ້ອງ, ກົມກອງເພື່ອຜັນຂະຫຍາຍປະຕິບັດຢ່າງຄົບຊຸດ ແລະມີປະສິດທິຜົນ.

ທ່ານພັນເອກພິເສດ ບຸ່ຍດ້າຍຫາຍ ຮອງຫົວໜ້າການເມືອງຕໍາຫຼວດທະເລຫວຽດນາມ ໃຫ້ຮູ້ວ່າ: ຕາມທິດນຳ “ມຸ່ງໄປເຖິງຮາກຖານ”, ຄະນະພັກ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ສືບຕໍ່ຊີ້ນຳນຳພາຄະນະພັກ, ຜູ້ບັນຊາການທຸກຂັ້ນປະຕິບັດວຽກງານເສນາທິການໃຫ້ເປັນຢ່າງດີ, ຄົ້ນຄວ້າ, ສ້າງຮູບການ, ມາດຕະການຢ່າງມີປະສິດທິຜົນໃນການປະຕິບັດວຽກງານຂົນຂວາຍປະຊາຊົນ, ມຸ່ງໄປເຖິງເປົ້າໝາຍປະຊາຊົນ ແລະຊາວປະມົງຢູ່ບັນດາຕາແສງ, ເມືອງທີ່ມີເງື່ອນໄຂເສດຖະກິດ-ສັງຄົມຫຍຸ້ງຍາກ, ດ້ວຍໜ້າທີ່ຄື: ໂຄສະນາ, ເຜີຍແຜ່, ສຶກສາອົບຮົມຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ຊາວປະມົງ; ປູກຝັງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ສະຕິຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະອັນສັກສິດຂອງຊາດ; ກໍ່ສ້າງ, ປັບປຸງບໍລິເວນໃຫ້ມີຄວາມປອດໄພ, ລະບົບການເມືອງໝັ້ນຄົງເຂັ້ມແຂງ. ພ້ອມກັນນັ້ນ, ລະດົມແຫຼ່ງກຳລັງຈາກສັງຄົມເພື່ອໜູນຊ່ວຍທ້ອງຖິ່ນພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ຄື: ມອບການຫາເງິນລ້ຽງຊີບໃຫ້ຄອບຄົວທຸກຍາກ; ມອບທຸງຊາດ; ມອບຂອງຂວັນໃຫ້ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ມອບທຶນການສຶກສາ ແລະລົດຖີບໃຫ້ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະຮຽນເກັ່ງ...

ໂດຍ: ເຈິ່ນຮວ່ຽນ