ທີ່ສະໜາມຍິງປືນກອງພົນທີ 5 (ທະຫານເຂດ 7), ໃນສະພາບອາກາດທີ່ຮ້ອນອົບເອົ້າຂອງກາງເດືອນເມສາ, ບັນດານັກຮົບໃໝ່ໄດ້ອອກແຮງແຂ່ງຂັນ ເພື່ອຍາດໄດ້ລາງວັນ “ນັກຍິງເກັ່ງ” ໃນການກວດກາຍິງລູກປືນແທ້ ບົດໜຶ່ງ ປືນ AK, ສ້າງຜົນງານເພື່ອສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30-4-1975 / 30-4-2025).
ເພື່ອໃຫ້ລະດົມກໍາລັງໃຈນັກຮົບໃໝ່ຢ່າງທັນການ, ສະຫະພັນແມ່ຍິງບັນດາກົມກອງໃນກອງພົນໄດ້ໃຫ້ກໍາລັງໃຈດ້ວຍການເອົານໍ້າເຢັນໃຫ້.
ໂດຍ: ໄຊຊະນະ
Type the code from the image