ມອບສົ່ງອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ
ກປ.ອອນໄລ - ວັນທີ 19 ເມສາ, ພິທີມອບສົ່ງອັດຖິທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ (MIA) ຄັ້ງທີ 169 ໄດ້ຈັດຂຶ້ນຢູ່ ນະຄອນດ່ານັ້ງ.
    |
 |
ພິທີເຊັນບົດບັນທຶກມອບສົ່ງອັດຖິທະຫານອາເມລິກາ ຄັ້ງທີ 169. ພາບ: qdnd.vn |
ພິທີມີການເຂົ້າຮ່ວມຂອງຄະນະອໍານວຍການອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP), ຜູ້ຕາງໜ້າບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະກະຊວງຕໍາຫຼວດ. ຝ່າຍອາເມລິກາ ມີທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈໍາຫວຽດນາມ, ຜູ້ຕາງໜ້າຫ້ອງການ MIA ອາເມລິກາ ຢູ່ຮ່າໂນ້ຍ, ນັກຮົບເກົ່າອາເມລິກາ ຈໍານວນໜຶ່ງ ແລະນັກວິຊາການ MIA ອາເມລິກາ ເຂົ້າຮ່ວມການຊອກຫາຮ່ວມ ຄັ້ງທີ 158 (ເດືອນມີນາ, ເມສາ ປີ 2025).
    |
 |
ພິທີມອບສົ່ງອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ຄັ້ງທີ 169 ຈັດຂຶ້ນຢູ່ນະຄອນດ່ານັ້ງ. ພາບ: qdnd.vn |
ທີ່ພິທີ, ຫວຽດນາມ ໄດ້ມອບໃຫ້ຝ່າຍອາເມລິກາ ຈໍານວນ 4 ອັດຖິ. ນີ້ແມ່ນໝາກຜົນຂອງການຊອກຫາຮ່ວມຫວ່າງມໍ່ໆນີ້ລະຫວ່າງບັນດາໜ່ວຍງານຊອກຫາຫວຽດນາມ-ອາເມລິກາ ທີ່ບັນດາແຂວງ, ນະຄອນ: ເຫວ້, ກວ໋າງຈິ ແລະກອນຕຸມ. ອັດຖິຈໍານວນນີ້ ໂດຍບັນດານັກຊ່ຽວຊານນິຕິເວດສາດຂອງຫວຽດນາມ ແລະ ອາເມລິກາ ໄດ້ດໍາເນີນການສັນລະສູດ ແລະສະຫຼຸບວ່າອາດຈະກ່ຽວຂ້ອງເຖິງບັນດາກໍລະນີທະຫານອາເມລິກາ ຫາຍສາບສູນໃນປາງສົງຄາມ ຢູ່ຫວຽດນາມ ແລະຈະໄດ້ເຄື່ອນຍ້າຍໄປຫ້ອງທົດລອງນິຕິເວດສາດ ຢູ່ Hawaii ເພື່ອໄຈ້ແຍກ, ເຮັດແຈ້ງຕື່ມອີກ.
ການເຄື່ອນໄຫວຮ່ວມມືມະນຸດສະທໍາຊອກຫາ ແລະກວດກາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ໂດຍສອງປະເທດ ໄດ້ຜັນຂະຫຍາຍພາຍຫຼັງສັນຍາປາຣີ ໄດ້ຮັບການລົງນາມ ໃນປີ 1973, ມາຮອດປັດຈຸບັນ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ຊ່ວຍໃຫ້ອາເມລິກາ ກໍານົດໄດ້ຊື່ ແລະນາມສະກຸນ ແລະມອບສົ່ງໃຫ້ຄອບຄົວໄດ້ 735 ກໍລະນີ ໃນຈໍານວນທັງໝົດ 1.973 ກໍລະນີ ທະຫານອາເມລິກາ ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ.
ໂດຍ: ກວຽດເຕິມ