ການໄປທັດສະນະສຶກສາທີ່ມີຄວາມໝາຍ ແລະມີຜົນປະໂຫຍດ
ກປ.ອອນໄລ - ວັນທີ 19 ເມສາ, ກອງພັນໃຫຍ່ 38 (ກອງພົນທີ 2, ທະຫານເຂດ 5) ຮ່ວມກັບໂຮງຮຽນປະຖົມສົມບູນ ໂງກວຽນ (ເມືອງດັກເປີ, ແຂວງຢາລາຍ) ຈັດຕັ້ງການໄປທັດສະນະສຶກສາ ແລະໂຄສະນາສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ ໃຫ້ຄູອາຈານ ແລະນັກຮຽນປໍ 5 ເກືອບ 200 ຄົນ.
ທີ່ການໄປທັດສະນະສຶກສາ, ບັນດາຄູອາຈານ ແລະນັກຮຽນ ໄດ້ຮັບການແນະນໍາກ່ຽວກັບມູນເຊື້ອແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ ແລະບັນດາໄຊຊະນະອັນສະຫງ່າລາສີຂອງກອງທັບ, ທະຫານເຂດ 5 ແລະກົມກອງ.
    |
 |
ຄູອາຈານ ແລະພວກນ້ອງນັກຮຽນຢ້ຽມຊົມການເກັບມ້ຽນເຄື່ອງ. ພາບ: qdnd.vn |
ເຂົ້າຮ່ວມການແລກປ່ຽນສິລະປະ, ຮັບຟັງການໂຄສະນາກ່ຽວກັບມະຫາໄຊລະດູບານໃໝ່ ປີ 1975, ເບິ່ງຟີມມູນເຊື້ອ ແລະລົງເບິ່ງຕົວຈິງໃນສະພາບແວດລ້ອມກອງທັບ ດ້ວຍບັນດາກິດຈະກໍາ: ເກັບມ້ຽນເຄື່ອງ; ຝຶກແອບລະບຽບການ; ສັບຊ້ອນບ່ອນກິນ, ບ່ອນຢູ່, ການດໍາເນີນຊີວິດປະຈໍາວັນຂອງພະນັກງານ, ນັກຮົບ; ເຂດອອກກໍາລັງກາຍ; ເຂດເພີ່ມພູນຜະລິດຜົນ, ລ້ຽງສັດ ແລະພົບປະແລກປ່ຽນກັບພະນັກງານ, ນັກຮົບ.
    |
 |
ຄູອາຈານ ແລະພວກນ້ອງນັກຮຽນຢ້ຽມຊົມຫ້ອງມູນເຊື້ອຂອງກົມກອງ. ພາບ: qdnd.vn |
    |
 |
ຄູອາຈານ ແລະພວກນ້ອງນັກຮຽນ ຮັບປະທານອາຫານ “ຄາບເຂົ້າທະຫານ”. ພາບ: qdnd.vn |
ສິ້ນສຸດການໄປທັດສະນະສຶກສາ, ຄູອາຈານ ແລະພວກນ້ອງນັກຮຽນ ໄດ້ຮັບປະທານອາຫານ “ຄາບເຂົ້າທະຫານ” ທີ່ແຊບຫຼາຍ. ນີ້ແມ່ນກິດຈະກໍານອກຫຼັກສູດທີ່ມີຄວາມໝາຍ ແລະມີຜົນປະໂຫຍດເພື່ອແນໃສ່ສຶກສາອົບຮົມໃຫ້ຊາວໜຸ່ມເຍົາວະຊົນ-ອະນຸຊົນເຂົ້າໃຈແຈ້ງກວ່າກ່ຽວກັບການເສຍສະຫຼະຂອງຮຸ່ນພໍ່ຮຸ່ນອ້າຍ, ຄຸນຄ່າຂອງເອກະລາດ, ອິດສະຫຼະພາບ, ສັນຕິພາບ; ຊີວິດ ແລະຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່; ຈາກນັ້ນມານະພະຍາຍາມສູ້ຊົນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ກາຍເປັນເດັກດີ, ນັກຮຽນເກັ່ງ, ຫຼານຄໍາຮູ້ຂອງລຸງໂຮ່.
ໂດຍ: ໄຊຊະນະ