ຜ່ານຜ່າລະດູລົມມໍລະສຸມຕາເວັນອອກສຽງເໜືອ
ກປ.ອອນໄລ - ລະດູນີ້, ທິດໃຕ້ພາກກາງ ພວມແມ່ນລະດູລົມມໍລະສຸມຕາເວັນອອກສຽງເໜືອ. ໃນສະໜາມຝຶກຊ້ອມຂອງກອງພົນນ້ອຍ 101 (ທະຫານເຮືອເຂດ 4), ລົມຮ້ອນພັດມາຈາກທະເລເຮັດໃຫ້ຂີ້ຝຸ່ນ ແລະຊາຍບິນມືດມົວ.
ບັນດານັກຮົບໃໝ່ ເລີ່ມກ້າວສູ່ການກວດກາພາຍຫຼັງການອົບຮົມຫັດແອບເປັນເວລາສອງເດືອນ ທີ່ພວມແລ່ນໃນພື້ນທີ່ແຫ້ງແລ້ງ, ເຮັດໃຫ້ຊາຍ ແລະໃບໄມ້ທີ່ຍັງເຫຼືອກວາດໄປຕາມຮອຍຕີນ. ແຕ່ພະນັກງານເຖິງນັກຮົບ, ໃຜກໍເຫື່ອອອກພາຍຫຼັງແຕ່ລະບົດກວດກາ... ແຕ່ວ່າ, ດ້ວຍຈິດໃຈແຂ່ງຂັນອົບຮົມຫັດແອບເກັ່ງ, ນັກຮົບໃໝ່ກອງພົນນ້ອຍ 101 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຫັດແອບຢ່າງຊໍານິຊໍານານບັນດາຈັງຫວະວິຊາງົດງາມ, ເຕັກນິກ, ຍຸດທະວິທີ... ຜົນການກວດກາອົບຮົມຫັດແອບປະກົດວ່າ 100% ບັນລຸຄາດໝາຍ, ໃນນັ້ນ 84,5% ເກັ່ງ, ດີເລີດ.
    |
 |
ຝຶກແອບການຍິງປືນໃຫ້ນັກຮົບໃໝ່. ພາບ: qdnd.vn |
    |
 |
ຊົ່ວໂມງຮຽນວິຊາງົດງາມ. ພາບ: qdnd.vn |
    |
 |
ສະຫະພັນແມ່ຍິງກອງພົນນ້ອຍ 101 ຍາມໃດກໍຢູ່ຂ້າງຄຽງເພື່ອລະດົມກໍາລັງໃຈໃຫ້ນັກຮົບດ້ວຍບັນດາໜ້າວຽກທີ່ແທດຈິງ. ພາບ: qdnd.vn |
    |
 |
ການນໍາ, ຜູ້ບັນຊາການຍາມໃດກໍຢູ່ຂ້າງຄຽງພ້ອມກັບນັກຮົບໃໝ່ໃນການອົບຮົມຫັດແອບ ແລະຮໍ່າຮຽນໃນແຕ່ລະວັນ. ພາບ: qdnd.vn |
    |
 |
ຝຶກແອບທັກສະລອຍປະກອບອາວຸດໃຫ້ແກ່ນັກຮົບທະຫານເຮືອຕີບົກ. ພາບ: qdnd.vn |
ໂດຍ: ໄຊຊະນະ