ກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ແລະຟີລິບປິນ ຝຶກຊ້ອມຊອກຫາກູ້ໄພ
ກປ.ອອນໄລ - ວັນທີ 17 ເມສາ, ກໍາປັ່ນ BRP Gabriela Silang (OPV-8301) ຂອງກໍາລັງປ້ອງກັນຝັ່ງທະເລຟີລິບປິນ ແລະລູກເຮືອ 84 ຄົນ ໂດຍ ທ່ານ ພັນເອກ Eleizer Gonzales Ibarientos ເປັນກັບຕັນ ໄດ້ອອກຈາກທ່າກໍາປັ່ນ ຕຽນຊາ, ສິ້ນສຸດການຢ້ຽມຢາມນະຄອນດ່ານັ້ງ ທີ່ແກ່ຍາວເປັນເວລາ 4 ວັນ ດ້ວຍຜົນສໍາເລັດຢ່າງຈົບງາມ.