ກອງກຳປັ່ນ 015, 016 ຂອງທະຫານເຮືອຫວຽດນາມ ຢ້ຽມຊົມກຳປັ່ນ ແລະແຂ່ງຂັນກິລາມິດຕະພາບກັບທະຫານເຮືອຈີນ
ກປ.ອອນໄລ - ນາຍທະຫານ, ລູກເຮືອສອງປະເທດ ໄດ້ດຳເນີນກິດຈະກຳຕ່າງໆ, ຄື: ທະຫານເຮືອຈີນ ດຳເນີນການສະແດງມວຍເກັກ; ປະຕິບັດຈັງວະຮັບຂ່າວສານທຸງສັນຍານ, ແກວ່ງສາຍຕໍ່ ແລະແຂ່ງຂັນກິລາມິດຕະພາບ (ບານບ້ວງ, ດຶງເຊືອກ, ແລ່ນສົ່ງຕໍ່ໄມ້).
ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 9 ແລະດໍາເນີນການລາດຕະເວນປະສົມຢູ່ເຂດອ່າວພາກເໜືອ ຄັ້ງທີ 38 ກັບທະຫານເຮືອຈີນ, ວັນທີ 14 ເມສາ, ຢູ່ທ່າກຳປັ່ນການທະຫານ Bei He (ນະຄອນ Bei He, ແຂວງກວາງຊີ, ຈີນ), ກອງກຳປັ່ນ 015-ເຈິ່ນຮືງດ້າວ, ກຳປັ່ນ 016-ກວາງຈູງ (ກອງພົນນ້ອຍ 162, ທະຫານເຮືອເຂດ 4) ພ້ອມກັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ໂດ໊ມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ໄດ້ໄປຢ້ຽມຊົມກຳປັ່ນ ແລະແຂ່ງຂັນກິລາມິດຕະພາບກັບທະຫານເຮືອຈີນ.
ສອງຝ່າຍໄດ້ແນະນຳບົດບາດ, ພາລະກິດ, ອາວຸດຍຸດໂທປະກອນຂອງກຳປັ່ນແຕ່ລະລຳໃນກໍາລັງທະຫານເຮືອສອງປະເທດ; ຕອບຄໍາຖາມຂອງນາຍທະຫານ ແລະລູກເຮືອ.
ໃນວັນດຽວກັນ, ນາຍທະຫານ, ລູກເຮືອສອງປະເທດໄດ້ດຳເນີນການເຄື່ອນໄຫວ, ຄື: ທະຫານເຮືອຈີນ ດຳເນີນການສະແດງມວຍເກັກ; ປະຕິບັດຈັງວະຮັບຂ່າວສານທຸງສັນຍານ, ແກວ່ງສາຍຕໍ່ ແລະແຂ່ງຂັນກິລາມິດຕະພາບ (ບານບ້ວງ, ດຶງເຊືອກ, ແລ່ນສົ່ງຕໍ່ໄມ້).
    |
 |
ນາຍທະຫານ, ລູກເຮືອທະຫານເຮືອສອງປະເທດແຂ່ງຂັນບານບ້ວງ. ພາບ: qdnd.vn |
    |
 |
ນາຍທະຫານ, ລູກເຮືອທະຫານເຮືອສອງປະເທດ ແຂ່ງຂັນດຶງເຊືອກ. ພາບ: qdnd.vn |
    |
 |
ນາຍທະຫານ, ລູກເຮືອທະຫານເຮືອສອງປະເທດ ແຂ່ງຂັນແລ່ນສົ່ງຕໍ່ໄມ້. ພາບ: qdnd.vn |
    |
 |
ຜູ້ບັນຊາການກອງກຳປັ່ນປ້ອງກັນລູກສອນໄຟທະຫານເຮືອຈີນ ຢ້ຽມຊົມກຳປັ່ນ 015-ເຈິ່ນຮືງດ້າວ. ພາບ: qdnd.vn |
ໂດຍ: ທະນາພອນ