ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຈັດຕະວາ ຫງວຽນວັນທາບ ຮອງຫົວໜ້າການເມືອງວິທະຍາຄານການເມືອງ ໄດ້ຕາງໜ້າຄະນະພັກ, ຄະນະອໍານວຍການວິທະຍາຄານ ກ່າວຄຳພອນໄຊອັນປະເສີດມາຍັງນັກສໍາມະນາກອນລາວ ເນື່ອງໃນໂອກາດບຸນປີໃໝ່.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນທາບ, ຮອງຫົວໜ້າການເມືອງວິທະຍາຄານການເມືອງ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ທ່ານຮອງຫົວໜ້າການເມືອງວິທະຍາຄານການເມືອງ ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມ ແລະໝາກຜົນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຂອງນັກສໍາມະນາກອນລາວ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ວິທະຍາຄານການເມືອງ ຍາມໃດກໍ່ອຳນວຍຄວາມສະດວກກ່ຽວກັບພື້ນຖານວັດຖຸ, ສະພາບແວດລ້ອມການຮໍ່າຮຽນ, ການດໍາລົງຊີວິດເພື່ອໃຫ້ນັກສໍາມະນາກອນ ມີຄວາມອຸ່ນອ່ຽນໃຈຮໍ່າຮຽນ, ປະກອບສ່ວນກໍ່ສ້າງກອງທັບ ແລະປະເທດລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ທ່ານພັນຕີ ແສງທອງ ຫົວໜ້າຄະນະນັກສໍາມະນາກອນລາວ ສະແດງຄວາມສະເທືອນໃຈ ແລະຮູ້ບຸນຄຸນທີ່ຈິງໃຈເຖິງຄະນະອໍານວຍການ ແລະພັກນັກງານ, ຄູອາຈານ, ນັກສໍາມະນາກອນ, ລັດຖະກອນ, ນັກຮົບວິທະຍາຄານ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃນການຮ່ໍາຮຽນ, ດໍາລົງຊີວິດ ແລະຈັດຕັ້ງພິທີຕ້ອນຮັບປີໃໝ່ປະຈໍາຊາດທີ່ມີຄວາມໝາຍ, ອົບອຸ່ນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະ. ພາບ: qdnd.vn

ໃນຂອບເຂດການພົບປະ, ບັນດາພິທີກໍາປະເພນີຂອງບຸນປີໃໝ່, ຄື: ບາສີສູ່ຂວັນ ແລະຫົດນໍ້າໃຫ້ພອນ ໄດ້ຈັດຕັ້ງຢ່າງສົມກຽດ.

ໂດຍ: ໄຊນີດາ