ຜູ້ບັນຊາການທະຫານເຂດ 4 ເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ນາຍົກລັດຖະມົນຕີລາວ
ກປ.ອອນໄລ - ວັນທີ 11 ເມສາ, ຢູ່ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍທ່ານພົນຕີ ຮ່າເຖາະບິ່ງ, ຜູ້ບັນຊາການທະຫານເຂດ 4 ໄດ້ມາເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ທີ່ການພົບປະ, ທ່ານພົນຕີ ຮ່າເຖາະບິ່ງ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານພົນເອກ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ ລາວ.
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານພົນຕີ ຮ່າເຖາະບິ່ງ ພ້ອມດ້ວຍຄະນະປະຕິບັດງານກອງບັນຊາການທະຫານເຂດ 4. ພາບ: qdnd.vn |
ທ່ານພົນຕີ ຮ່າເຖາະບິ່ງ ໄດ້ລາຍງານໃຫ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຮັບຊາບກ່ຽວກັບໝາກຜົນອັນພົ້ນເດັ່ນຂອງກໍາລັງປະກອບອາວຸດທະຫານເຂດ 4 ໃນໄລຍະຜ່ານມາ. ທ່ານພົນຕີ ຮ່າເຖາະບິ່ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີລາວ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອທະຫານເຂດ 4 ແລະ ບໍລິສັດໃຫຍ່ຮ່ວມມືເສດຖະກິດ ປະຕິບັດບັນດາໂຄງການພັດທະນາເສດຖະກິດ, ຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ; ຈັດຕັ້ງການສຳຫຼວດ ແລະຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ຢູ່ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ອັດຕະປື ຖືກກັບຄວາມຄືບໜ້າ ແລະມີຄຸນນະພາບ. ພ້ອມກັນນັ້ນ, ຊີ້ນຳຄະນະປະຕິບັດງານພິເສດຂອງລັດຖະບານ ແລະທ້ອງຖິ່ນຕ່າງໆຂອງລາວ ສົມທົບກັນ, ສ້າງເງື່ອນໄຂສະດວກເພື່ອຊ່ວຍໃຫ້ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໃຫ້ບັນລຸໄດ້ໝາກຜົນທີ່ດີ.
    |
 |
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4 ອວຍພອນປີໃໝ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn |
ສ່ວນທ່ານນາຍົກລັດຖະມົນຕີລາວ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການຮ່ວມມື ແລະການຊ່ວຍເຫຼືອຂອງທະຫານເຂດ 4 ເວົ້າລວມ, ບໍລິສັດໃຫຍ່ຮ່ວມມືເສດຖະກິດເວົ້າສະເພາະ ໃນການຮ່ວມມືຜັນຂະຫຍາຍໂຄງການພັດທະນາເສດຖະກິດຢູ່ລາວ, ເປັນຕົ້ນແມ່ນໂຄງການຍຸດທະສາດໃນບໍລິເວນສຳຄັນ, ຍູ້ແຮງການຜະລິດດຳເນີນທຸລະກິດຕິດພັນກັບການຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ ແລະຢູ່ເຂດຊາຍແດນພັດທະນາເສດຖະກິດ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຄໍາອວຍພອນມາຍັງສະຫາຍການນຳອະດີດກອງບັນຊາການທະຫານເຂດ 4, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ທູຈາງ