ທ່ານພົນຈັດຕະວາ ຮວີ່ງວັນງອນ ຊົມເຊີຍຜົນງານອັນໃຫຍ່ຫຼວງ, ຮອບດ້ານ ເຊິ່ງລັດ ແລະປະຊາຊົນກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງ, ສົ່ງຄໍາຢື້ຢາມຖາມຂ່າວ, ອວຍພອນປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສະຫງົບສຸກ, ວັດທະນາຖາວອນ, ອວຍພອນປີໃໝ່ Chol Chnam Thmay ປີ 2025 ດ້ວຍຄວາມເບີກບານມ່ວນຊື່ນ, ຄວາມເຊື່ອໝັ້ນ ແລະຄວາມຫວັງ.

leftcenterrightdel
ທ່ານພົນຈັດຕະວາ ຮວີ່ງວັນງອນ ຮອງຫົວໜ້າການເມືອງທະຫານເຂດ 9 ອວຍພອນປີໃໝ່ Chol Chnam Thmay ຢູ່ກອງບັນຊາການທະຫານເຂດ 3, ກອງທັບລາດຊະວົງກໍາປູເຈຍ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານທະຫານເຂດ 9 ອວຍພອນປີໃໝ່ Chol Chnam Thmay ຢູ່ກອງບັນຊາການທະຫານເຂດ 3, ກອງທັບລາດຊະວົງກໍາປູເຈຍ. ພາບ: qdnd.vn

ຄະນະປະຕິບັດງານ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກປະຊາຊົນກໍາປູເຈຍ, ຜູ້ນໍາແມ່ນປະທານ Hun Sen ແລະການຄຸ້ມຄອງປະເທດຂອງ ທ່ານນາຍົກລັດຖະມົນຕີ Hun Manet, ປະເທດກໍາປູເຈຍ ຈະບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກວ່າອີກ, ສ້າງສາປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນ, ຈະເລີນຮຸ່ງເຮືອງ.

ທ່ານຮອງຫົວໜ້າການເມືອງທະຫານເຂດ 9 ຫວັງວ່າ ດ້ວຍການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ສອງຝ່າຍຈະສືບຕໍ່ເສີມຂະຫຍາຍໝາກຜົນບັນລຸໄດ້ເປັນຢ່າງດີ, ສຸມໃສ່ທຸກຄວາມສາມາດ, ສົມທົບກັນຊີ້ນໍາປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ກັບຄືນປະເທດບັນລຸປະສິດທິຜົນສູງໃນໄລຍະຈະເຖິງ.

ໂດຍ: ໄຊນີດາ