ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຟີລິບປິນ ບັນລຸໝາກຜົນແທດຈິງຫຼາຍຢ່າງ
ກປ.ອອນໄລ - ຕອນບ່າຍວັນທີ 8 ເມສາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Roy Mabagos Galido, ຜູ້ບັນຊາການທະຫານບົກ ຟີລິບປິນ.
ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຟີລິບປິນ ໃນບັນດາຂົງເຂດ; ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຟີລິບປິນ ໃນໄລຍະຜ່ານມາໄດ້ຮັບການຕີລາຄາສູງຈາກ 2 ຝ່າຍ ແລະບັນລຸໝາກຜົນແທດຈິງຫຼາຍຢ່າງ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນຕີ Roy Mabagos Galido. ພາບ: ຮວ່າງຫວູ |
ທ່ານພົນຕີ Roy Mabagos Galido ໄດ້ແຈ້ງໃຫ້ທ່ານພົນເອກ ຫງວຽນເຕິນເກືອງ ຮັບຊາບກ່ຽວກັບໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນກັບທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ຈະມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກໍາລັງທະຫານບົກສອງກອງທັບເວົ້າສະເພາະ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເວົ້າລວມໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Roy Mabagos Galido. ພາບ: ຮວ່າງຫວູ |
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ, ທ່ານພົນຕີ Roy Mabagos Galido ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ |
ຕີລາຄາສູງໝາກຜົນການພົບປະເຈລະຈາ, ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກໍາລັງທະຫານບົກສອງປະເທດສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ;... ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ກໍາລັງທະຫານບົກ 2 ປະເທດຊຸກຍູ້ການຮ່ວມມືຢ່າງແທດຈິງ. ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຂອບໃຈກະຊວງປ້ອງກັນປະເທດ ຟີລິບປິນ ທີ່ໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ ແລະງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024.
* ກ່ອນໜ້ານັ້ນ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ມີການພົບປະເຈລະຈາກັບທ່ານພົນຕີ Roy Mabagos Galido.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຮວ່າງຫວູ |
ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ຢຶດໝັ້ນນະໂຍບາຍປ້ອງກັນຊາດ “4 ບໍ່”, ຢຶດໝັ້ນຕໍ່ສູ້ແກ້ໄຂທຸກການແກ່ງແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.
ໂດຍ: ທະນາພອນ