ທະຫານຊາຍແດນນະຄອນເຫ້ວ ຢ້ຽມຢາມ, ອວຍພອນປີໃໝ່ກຳລັງປະກອບອາວຸດແຂວງເຊກອງ ແລະ ແຂວງສາລະວັນ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ 2025 ຂອງປະຊາຊົນລາວບັນດາເຜົ່າ, ແຕ່ວັນທີ 9-11 ເມສາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນນະຄອນເຫ້ວ ໂດຍທ່ານພັນເອກພິເສດ ໂຕນເທິດຫງວຽນດາດ, ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ແລະ ແຂວງສາລະວັນ (ປະເທດລາວ).
    |
 |
ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນນະຄອນເຫວ້ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງເຊກອງ. ພາບ: qdnd.vn |
    |
 |
ທ່ານພັນເອກພິເສດ ໂຕນເທິດຫງວຽນດາດ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ. ພາບ: qdnd.vn |
ທີ່ການພົບປະຕ່າງໆ, ທ່ານພັນເອກພິເສດ ໂຕນເທິດຫງວຽນດາດ ໄດ້ສົ່ງພອນໄຊອັນປະເສີດມາຍັງການນຳ, ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງ; ພ້ອມກັນນັ້ນສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ - ລາວ ເປັນຕົ້ນແມ່ນກຳລັງປະກອບອາວຸດ ແລະອຳນາດການປົກຄອງທ້ອງຖິ່ນຂອງສອງຝ່າຍຈະນັບມື້ນັບສະໜິດຕິດແໜ້ນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
    |
 |
ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນນະຄອນເຫວ້ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງສາລະວັນ. ພາບ: qdnd.vn |
    |
 |
ທ່ານພັນເອກພິເສດ ໂຕນເທິດຫງວຽນດາດ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ. ພາບ: qdnd.vn |
ການນຳກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ແລະແຂວງສາລະວັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດ, ຄວາມເອົາໃຈໃສ່ຢ່າງຈິງໃຈຂອງກອງບັນຊາການທະຫານຊາຍແດນນະຄອນເຫ້ວ. ພ້ອມທັງ, ຢືນຢັນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກອງບັນຊາການທະຫານຊາຍແດນນະຄອນເຫວ້ ໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນຮ່ວມ, ພ້ອມກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ.
ນີ້ແມ່ນການເຄື່ອນໄຫວການທູດຊາຍແດນທີ່ມີຄວາມໝາຍແທດຈິງ, ບໍ່ພຽງແຕ່ສະແດງໃຫ້ເຫັນອາລົມຈິດຄວາມສະໜິດຕິດພັນລະຫວ່າງກຳລັງປະກອບອາວຸດຂອງສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ສາຍພົວພັນທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ຍືນຍົງໃນສະພາບການໃໝ່.
ໂດຍ: ທູຈາງ