ກອງກຳປັ່ນ 015, 016 ອອກເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນ, ລາດຕະເວນຮ່ວມກັບທະຫານເຮືອຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 10 ເມສາ, ກອງກຳປັ່ນ 015-ເຈິ່ນຮືງດ່າວ, ກຳປັ່ນ 016-ກວາງຈູງ (ກອງພົນນ້ອຍ 162, ທະຫານເຮືອເຂດ 4) ພ້ອມກັບຄະນະປະຕິບັດງານໂດຍທ່ານພັນເອກພິເສດ ໂດ໊ມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ນຳໜ້າ ໄດ້ອອກຈາກທ່າກຳປັ່ນທະຫານກາມແຣງ (ແຂວງ ແຄ໋ງຮ່ວາ) ອອກເດີນທາງ ເຂົ້າຮ່ວມກິດຈະກຳຕ່າງໆຂອງງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ແລະດຳເນີນການລາດຕະເວນປະສົມຢູ່ອ່າວພາກເໜືອກັບທະຫານເຮືອຈີນ.
ຕາມແຜນການແລ້ວ, ແຕ່ວັນທີ 10 ຫາວັນທີ 19 ເມສາ, ກອງກໍາປັ່ນຂອງທະຫານເຮືອຫວຽດນາມ ຈະດຳເນີນການເຄື່ອນໄຫວ, ຄື: ສັບຊ້ອນກຳປັ່ນເຂົ້າທຽບທ່າກຳປັ່ນທະຫານ Beihai (ກວາງຊີ, ຈີນ); ພິທີຕ້ອນຮັບກໍາປັ່ນ; ການພົບປະແລກປ່ຽນລະຫວ່າງຜູ້ບັນຊາການກອງກໍາປັ່ນສອງປະເທດ; ແຂ່ງຂັນກິລາ; ຢ້ຽມຢາມເຮືອຂອງກັນ; ດຳເນີນການລາດຕະເວນປະສົມ ຄັ້ງທີ 38 ຢູ່ອ່າວພາກເໜືອ; ການຊ້ອມຮົບຮ່ວມກ່ຽວກັບການຊອກຫາ ແລະກູ້ໄພບົນທະເລ.
    |
 |
ພະນັກງານ, ນັກຮົບທະຫານເຮືອເຂດ 4 ສົ່ງຄະນະປະຕິບັດງານ. ພາບ: qdnd.vn |
ໃນການປະຕິບັດງານ, ກອງກໍາປັ່ນ 015 ແລະ 016 ຈະຈັດຕັ້ງການຝຶກອົບຮົມ ເພື່ອຍົກສູງກຳລັງການບັນຊາການປະສານງານ, ລະດັບທັກສະ, ເປັນເຈົ້າການອາວຸດຍຸດໂທປະກອນ ແລະກໍາລັງຄວາມສາມາດແກ້ໄຂກໍລະນີຢູ່ທະເລ; ການສອດແນມ, ກໍາແໜ້ນສະພາບການຢູ່ທະເລ. ຄາດວ່າ, ຢູ່ກວາງຊີ, ຜູ້ບັນຊາການກອງກໍາປັ່ນສອງຝ່າຍຈະລາຍງານຜ່ານວິດີໂອຕໍ່ລັດຖະມົນຕີປ້ອງກັນປະເທດສອງປະເທດກ່ຽວກັບວຽກງານກະກຽມການລາດຕະເວນປະສົມ ແລະຮັບຄຳສັ່ງອອກເດີນທາງໄປປະຕິບັດໜ້າທີ່.
    |
 |
ກອງກໍາປັ່ນ 015, 016 ອອກຈາກທ່າກໍາປັ່ນທະຫານກາມແຣງ. ພາບ: qdnd.vn |
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9, ໃນນັ້ນມີເນື້ອໃນຂອງກອງກຳປັ່ນ 015, 016 ແລະຄະນະປະຕິບັດງານທະຫານເຮືອຫວຽດນາມ ເຂົ້າຮ່ວມກິດຈະກຳພົບປະແລກປ່ຽນ, ລາດຕະເວນປະສົມຮ່ວມຢູ່ອ່າວເໜືອ, ແນໃສ່ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງທະຫານເຮືອຫວຽດນາມ ແລະທະຫານເຮືອຈີນ.
ໂດຍ: ທະນາພອນ